ກົມສາສະໜາ ສູນກາງແນວລາວສ້າງຊາດ ຈັດພິທີພົບປະແລກປ່ຽນສິລະປະວັດທະນະທຳ ຂອງບັນດາສາສະໜາ ຕ່າງໆ ຂຶ້ນໃນວັນທີ 28 ພະຈິກ 2017 ຜ່ານມານີ້, ທີ່ ສໍານັກງານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ
ເຂົ້າຮ່ວມມີບັນດາທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ, ມີຄອບຄົວການນຳພັກ-ລັດ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ມີບັນດາ ທ່ານຕາງໜ້າກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ກຳມະທິການບັນດາເຜົ່າຂອງສະພາແຫ່ງຊາດ; ແນວລາວສ້າງຊາດນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພະນັກງານ-ລັດຖະກອນ ສນຊ, ມີອົງການພຸດທະສາສະໜາສຳພັນລາວ, ສາສະໜາກາໂທລິດ, ຄະນະວັນເສົາ, ມຸດສະລິມ, ບາຮາຍ, ຄຣິດຕະຈັກຂາວປະເສີດ ພ້ອມດ້ວຍສາສະນິກະຊົນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊຊົນ ປະຕິວັດລາວ ໂດຍຫຍໍ້, ບັນດາສະພາບການຂອງໂລກ ແລະ ພາກພື້ນ ທີ່ເປັນສິ່ງອຳນວຍ ແລະ ທ້າທາຍ ທີ່ເປັນອຸປະສັກໃນການພັດທະ ນາປະເທດຊາດ. ພ້ອມນີ້, ທ່ານໄດ້ຍົກບາງເນື້ອໃນທີ່ເປັນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຜ່ານຜົນງານທີ່ພົ້ນເດັ່ນ ຂອງອົງການແນວລາວສ້າງຊາດ ໃນໄລຍະຜ່ານມາໂດຍສັງເຂບ ເປັນຕົ້ນແມ່ນໄດ້ເສີມຂະຫຍາຍບົດບາດໃນການເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ພ້ອມທັງຄົນເຊື້ອຊາດລາວ ທີ່ດຳລົງ ຊີວິດຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ອາໃສຢູ່ ສປປ ລາວ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ເຕົ້າໂຮມປຸກ ລະດົມມະຫາຊົນເຂົ້າໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາ ແຂກຖືກເຊີນ, ສາສະໜາຈານ ແລະ ຜູ້ເຊື່ອຖືຕ່າງໆ ຈົ່ງຖືໂອກາດນີ້ສົນທະນາແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງມີ ປະຊາທິປະໄຕ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ຮັກແພງກັນ; ຄວາມແຕກຕ່າງດ້ານການເຊື່ອຖືຈະບໍ່ເປັນກຳແພງຂວາງ ກັ້ນຄວາມເປັນພີ່ນ້ອງ, ຄວາມຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນຂອງພວກເຮົາ ແລະ ຄວາມແຕກຕ່າງດ້ານ ການເຊື່ອຖືນີ້ຈະເປັນພື້ນຖານແຫ່ງຄວາມສວຍສົດງົດງາມ ດັ່ງດອກໄມ້ທີ່ມີຫຼາຍສີສັນປະດັບປະເທດຊາດເຮົາໃຫ້ຮຸ່ງເຮືອງສີ ວິໄລ. ພ້ອມກັນນີ້, ໄດ້ມີກິດຈະກຳຕ່າງໆ ເຊັ່ນ: ບັນດາສາສະໜາຕ່າງໆ ໄດ້ລະນຶກເຖິງບຸນຄຸນຂອງບັນດາທ່ານຜູ້ນຳພັກ-ລັດ, ນັກວິລະຊົນ ແລະ ນັກຮົບປະຕິວັດ ທີ່ໄດ້ລ່ວງລັບໄປແລ້ວທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອຕໍ່ສູ້ປົດປ່ອຍຊາດຂອງພວກເຮົາ. ພ້ອມ ທັງອວຍພອນ ແລະ ມອບກະຕ່າດອກໄມ້ໃຫ້ປະທານ ແລະ ຄະນະນຳ ສນຊ. ຈາກນັ້ນ, ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ, ຊົມຮູບພາບການເຄື່ອນໄຫວຂອງແຕ່ລະສາສະໜາ ເພື່ອແລກປ່ຽນສີສັນບັນຍາກາດຂອງແຕ່ລະສາສະໜາຢ່າງຄຶກຄື້ນ ມ່ວນຊື່ນ ແລະ ຖ່າຍຮູບຮ່ວມກັບການນຳ ສນຊ ຕື່ມອີກ. ພິທີພົບປະແລກປ່ຽນ ສິນລະປະວັດທະນະທຳຂອງບັນດາສາສະໜາຕ່າງໆ ຄັ້ງນີ້ ເປັນຄັ້ງທຳອິດທີ່ບໍ່ເຄີຍມີມາ ແລະ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ