ເມື່ອບໍ່ດົນມານີ້ ຢູ່ທີ່ແຂວງຊຽງຂວາງ ໄດ້ຈັດງານຖະແຫລງຂ່າວ ປີທ່ອງທ່ຽວລາວ 2018 ແລະ ງານບຸນເທດສະການ ບຸນເຂົ້າໄກ້ນ້ອຍ ຄັ້ງທີ 4 ປະຈໍາປີ 2017 ທີ່ສວນພູຄໍາ ເມືອງແປກ, ແຂວງຊຽງຂວາງ. ພາຍໃນງານເຂົ້າຮ່ວມ ມີທ່ານຮອງເຈົ້າແຂວງຊຽງຂວາງ, ອຊານາດການປົກຄອງແຂວງ, ເມືອງ, ພະແນກການທີ່ກ່ຽວຂ້ອງ, ພະເຖລະ-ນຸເຖລະ ບັນດາຫົວຫນ່ວຍທຸລະກິດແລະ ມວນຊົນຊາວຊຽງຂວາງເຂົ້າຮ່ວມ ຢ່າງພ້ອມພຽງ.
ການສູ່ຂວັນເຂົ້າ ຫລັງຈາກສໍາເລັດລະດູການເກັບກ່ຽວໃນແຕ່ລະປີ, (ເຂົ້າທຸກຊະນິດສາຍພັນ)ແມ່ນປະເພນີຫນຶ່ງ ຂອງປະຊາຊົນຊາວແຂວງຊຽງຂວາງ ທີ່ຂາດບໍ່ໄດ້ ດັ່ງນັ້ນ ການສູ່ຂວັນເຂົ້າ ຈິ່ງເປັນເອກະລັກຫນຶ່ງ ຂອງແຂວງຊຽງຂວາງ ຕາມປະເພນີຂົນເຂົ້າຂື້ນເລົ່າ, ແລະ ເກັບຮັກສາໄວ້ ສໍາລັບການສູ່ຂວັນເຂົ້າ ເປັນການສະແດງເຖິງຄວາມຂອບໃຈ ຕໍ່ບຸນຄຸນເຂົ້າ ທີ່ເປັນອາຫານຫລັກຂອງປະຊາຊົນລາວ ທີ່ຂາດບໍ່ໄດ້ ເປັນການຮຽກຂວັນເຂົ້າ ໃຫ້ກັບຄືນມາ ຫລັງຈາກທີ່ຖືກພາດຕີ ອອກຈາກຕົ້ນເຂົ້າ (ເຟືອງ) ແລະ ເປັນການຂໍພອນ ເພື່ອໃຫ້ເຂົ້າທີ່ກ່ຽວໄດ້ນັ້ນ ກຸ້ມຢູ່ກຸ້ມກິນ ຕະຫລອດປີ.
ເທດສະການບຸນເຂົ້າໄກ້ນ້ອຍ ໄດ້ຈັດຕັ້ງປະຕິບັດ ມາແຕ່ປີ 2014 ແລະ ໃນປີ 2017 ແມ່ນເປັນຄັ້ງທີ 4 ທີ່ທາງແຂວງຊຽງຂວາງໄດ້ຈັດງານນີ້ຂື້ນ. ເພື່ອສຶບທອດກາຍເປັນບຸນປະເພນີ ປະຈໍາປີຂອງແຂວງ ໂດຍອິງໃສ່ຫລາຍໆເຫດການທີ່ສໍາຄັນທາງປະຫວັດສາດ ເຫດຜົນ ຍຸດທະສາດ ແລະ ພູມມີສາດຂອງແຂວງ ທີ່ມີຕົ້ນກໍາເນີດຂອງການປູກເຂົ້າໄກ່ນ້ອຍ ເຊີ່ງເປັນງານບຸນຫນຶ່ງທີ່ເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວລາວ ປີ 2018 ເຊີ່ງງານບຸນເຂົ້າໄກ່ນ້ອຍ 2018 ແມ່ນຈະເປັນງານບຸນສະເຫລີມສະຫລອງ ແລະ ສະຫລຸບຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2018 ຂອງແຂວງຊຽງຂວາງ.
ຈຸດປະສົງໃນການຈັດງານບຸນເຂົ້າໄກ້ນ້ອຍ ເພື່ອເປັນການຮັກສາ ແລະ ສຶບທອດຮິດຄອງປະເພນີ ການສູ່ຂວັນເຂົ້າຂອງປະຊາຊົນ ກໍ່ຄື ປະຊາຊົນແຂວງຊຽງຂວາງ, ພ້ອມກັນນີ້ ຍັງເປັນການອະນຸລັກ ແລະ ສົ່ງເສີມພັນເຂົ້າໄກ່ນ້ອຍ ໃຫ້ຍືນຍົງຄຽງຄູ່ກັບແຂວງຊຽງຂວາງຕະຫລອດໄປ. ນອກນີ້ ຍັງເປັນການເຜີຍແຜ່ ໃຫ້ຄົນລາວ ແລະ ຊາວຕ່າງປະເທດ ໄດ້ຮັບຮູ້ເຖິງຜະລິດຕະພັນເຂົ້າໄກ້ນ້ອຍ ເປັນຜະລິດຕະພັນທີ່ແທ້ຈິງຂອງແຂວງຊຽງຂວາງ ສົມກັບສື່ສຽງທີ່ມີມາ. ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ຊາວກະສິກໍາຜູ້ຜະລິດ ແລະ ບັນດານັກທຸລະກິດ ປຸງແຕ່ງ ໄດ້ມີຄວາມຫ້າວຫັນໃນການຜະລິດ ເຂົ້າໃນຍົກຂອງການແຂ່ງຂັນ ທີ່ ສປປ ລາວ ເຂົ້າເປັນສາມາຊິກ ອົງການຄ້າໂລກ WTO ແລະ ປະຊາຄົມເສດຖະກິດອາຊຽນ AEC ສໍາຄັນແມ່ນໄດ້ຖືເອົາບຸນເຂົ້າໄກ່ນ້ອຍ ເປັນການຖະແຫລງຂ່າວ ໂຄສະນາ ສົ່ງເສີມປີທ່ອງທ່ຽວລາວ 2018 ແກ່ແຂວງຊຽງຂວາງ ໃນການດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມແຂວງຊຽງຂວາງ ນັບມື້ນັບຫລາຍຂື້ນ. ເຂົ້າມາຊີມລົດຊາດຂອງເຂົ້າໄກ້ນ້ອຍ, ສໍາຜັດກັບທໍາມະຊາດ, ອາກາດ ແລະ ວິຖີຊີວິດ, ວັດທະນະທໍາ ແລະ ຮິດຄອງປະເພນີ ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງຊຽງຂວາງ.
ໃນພິທີງານບຸນ ຍັງໄດ້ມີການເຊັນບົດບັນທຶກ ຮ່ວມທຸລະກິດ ໃນການສ້າງຕະຫລາດ, ການຈັດຊື້ເຂົ້າໄກ້ນ້ອຍ ແລະ ເຄື່ອງກະສິກໍາ ພາຍໃນແຂວງຊຽງຊາວງ ລະຫວ່າງ ກຸ່ມວິສາຫະກິດສວນພູຄໍາ ກັບ ນັກທຸລະກິດ ຈາກ ສປ ຈີນ.
Editor: ກຳປານາດ ລັດຖະເຮົ້າ