ກະຊວງຍຸຕິທໍາ ສປປ ລາວ ແລະ ກະຊວງຍຸຕິທໍາ ສສ ຫວຽດນາມ ຮ່ວມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ, ( ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງການຮ່ວມມື ມິດຕະພາບ ລະຫວ່າງ ກະຊວງຍຸຕິທໍາ ຂອງ ສປປ ລາວ ແລະ ກະຊວງຍຸຕິທໍາ ສສ ຫວຽດນາມ ຄົບຮອບ 35 ປີ, ຂື້ນໃນວັນທີ 28 ພະຈິກ 2017 ນີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສຸູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ເລ ແທງ ລອງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມນີ້ ມີບັນດາຜູ້ຕາງຫນ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຶກສາຂະແຫນງກົດຫມາຍ ເຂົ້າຮ່ວມ.
ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກ່າວ່າ: ສອງຊາດ ລາວ-ຫວຽດນາມ ມີສາຍພົວພັນກັນມາແຕ່ຍາວນານ ບູຮານນາການ, ປະຊາຊົນສອງຊາດ ດໍາລົງຊີວິດ ແລະ ທໍາມາຫາກິນບົນຜືນແຜ່ນດິນ ທີ່ມີສາຍພູຫລວງອັນຍາວຍຽດ ແລະ ແມ່ນໍ້າຫລາຍສາຍຕິດຈອດກັນ ແຕ່ເຫນືອ-ຮອດໃຕ້. ປະທານໂຮຈິມິນ
ເຄີຍກ່າວໄວ້ວ່າ: ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົງຮາທັງແມ່ຂອງ ບໍ່ເລີກປຸນປານໄດ້ ແລະ ຄໍາກອນທີ່ລື ຊື່ ຂອງ ປະທານໄກສອນ ພົມວິຫານ ທີ່ວ່າ: ຕາບໃດທີ່ແມ່ນໍ້າຂອງບໍ່ເຫຶອດແຫ້ງ ເຂີນຂາດແປນຊາຍ ສາຍພູຫລວງແສນສູງ ບໍ່ຕໍ່າລົງເປັນ ຄັ້ງຫຍ້າ ຮົງຮາວັງເວີນກວ້າງ ບໍ່ແປນດິນກະທ້າງໄຕ່ ສອງສາຍໃຈ ລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນ ນັ້ນແລ້ວ.
ໃນພິທີ ຍັງໄດ້ມີການປະດັບຫລຽນ ເພື່ອເປັນການຍ້ອງຍໍ ການປະກອບສ່ວນສໍາຄັນ ເສີມສ້້າງສາຍພົວພັນມິດຕະພາບຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍ່ຄື: ການຂະຫຍາຍສາຍພົວພັນ ມິດຕະພາບ ຂອງສອງກະຊວງຍຸຕິທໍານັບມື້ຫນັກແຫນ້ນ ແລະ ເຂັ້ມແຂງຍີ່ງຂື້ນ. ໂດຍພັກ ແລະ ລັດຖະບານລາວ ຕົກລົງເຫັນດີປະດັບຫລຽນໄຊ ອິດສະຫລະ ຊັ້ນ 1 ໃຫ້ແກ່ກະຊວງຍຸຕິທໍາ ສສ ຫວຽດນາມ, ແລະ ຊັ້ນ 2 ໃຫ້ແກ່ ທ່ານ ເລ ແທງ ລອງ, ແລະ ຊັ້ນ 3 ອີກ ຈໍານວນ 4 ທ່ານ, ຫລຽນໄຊແຮງງານ ຊັ້ນ 2 ຈໍານວນ 2 ກົມກອງ ແລະ ຊັ້ນ 3 ຈໍານວນ 4 ກົມກອງ, ຫລຽນກາແຮງງານ 1 ກົມກອງ ແລະ ຫລຽນກາມິດຕະພາບ ຈໍານວນ 11 ທ່ານ. ພ້ອມນັ້ນ ພັກ ແລະ ລັດຖະບານ ຫວຽດນາມ ໄດ້ຕົກລົງເຫັນດີ ປະດັບຫລຽນກາເອກະລາດ ຊັ້ນ 1 ໃຫ້ແກ່ກະຊວງຍຸຕິທໍາລາວ: ຊັ້ນ 2 ໃຫ້ແກ່ ທ່ານ ໄຊສີ ສັນຕິວົງ ແລະ ຊັ້ນ 3 ອີກຈໍານວນ 3 ທ່ານ.
Editor: ກຳປານາດ ລັດຖະເຮົ້າ