ເພື່ອເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຂອງພັກ-ລັດຖະບານ ທີ່ມີຕໍ່ພະນັກງານ ປະຕິວັດອາວຸໂສ, ພະນັກງານເສຍອົງຄະທີ່ໄດ້ອຸທິດຕົນ ເພື່ອພາລະກິດ ປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ
ສະນັ້ນ, ເນື່ອງໃນໂອກາດວັນຊາດ ວັນທີ 2 ທັນວາ ( 1975 - 2 ທັນວາ 2017) ຄົບຮອບ 42 ປີ ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ, ຄະນະນຳ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ນຳໂດຍທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານສະຫວັດດີການ ແລະ ສັງຄົມ ພ້ອມດ້ວຍຄະນະ, ໄດ້ຢຽ້ມຢາມ ພົບປະໂອ້ລົມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສ, ພະນັກງານສູນເສຍອົງຄະພິເສດ 790, ສູນພັດທະນາ 489, ໂຮງງານຜະລິດອົງຄະທຽມ ແລະ ຟື້ນຟູສະມັດຖະພາບ 686 ໃນລະຫວ່າງ ວັນທີ 29-30 ທັນວາ 2017 ນີ້, ທີ່ 3 ສູນເສຍອົງຄະ ໃນໂອກາດດຽວກັນນີ້, ຄະນະນຳກະຊວງ ຮສສ ເຊິງໄດ້ຕາງໜ້າໃຫ້ພັກ - ລັດຖະບານໄດ້ ກ່າວສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໄຍຂອງພັກ - ລັດຖະບານມາ ຍັງບັນດາພະນັກງານປະຕິວັດ ອາວຸໂສບຳນານ, ເສຍອົງຄະ, ພິການ ຕະຫຼອດຮອດຄອບຄົວ; ບັນດາທ່ານ.
ໃນໂອກາດທີ່ໄດ້ ມາພົບປະຄັ້ງນີ້ ບັນດາຄະນະນຳກະຊວງ ຮສສ ໄດ້ຮຽກຮ້ອງມາຍັງ ຄະນະພັກຄະນະນຳສູນທຸກຂັ້ນ, ຕະຫຼອດຮອດພະນັກງານບຳນານ, ເສຍອົງຄະ ແລະ ພິການ ພາຍໃນສູນ ຈົ່ງພ້ອມກັນເຊີດຊູນ້ຳໃຈປະຕິວັດ, ຮັກຊາດ ແລະ ເຊີດຊູມູນເຊື້ອຄວາມສາ ມັກຄີອັນເປັນປຶກແຜ່ນ, ຍົກສູງ ຄວາມຮັບຜິດຊອບຂອງຕົນຕໍ່ ໜ້າທີ່ການເມືອງຂອງພັກ - ລັດ ມອບໝາຍໃຫ້ດ້ວຍຄວາມ ຮັບຜິດຊອບແທ້, ສິ່ງສຳຄັນຂໍ ໃຫ້ປ້າລຸງ, ອາວອາ ແລະ ເພື່ອນ ມິດສະຫາຍສືບຕໍ່ມູນເຊື້ອອັນດີງາມ ເປັນແບບຢ່າງທີ່ດີໃຫ້ລູກຫຼານ ສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ລູກຫຼານເປັນ ພົນລະເມືອງທີ່ດີຂອງຊາດ, ເຂົ້າຮ່ວມໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ.
ໃນໂອ ກາດສຳຄັນນີ້, ຄະນະນຳກະຊວງ ຍັງໄດ້ນຳເອົາເງິນ ແລະ ວັດຖຸມາມອບໃຫ້ແກ່ 3 ສູນເສຍອົງຄະ ລວມມູນຄ່າ 15.000.000 ກີບນໍາອີກ.
Editor: ຂ່າວສານແຮງງານສະຫວັດດີການ-ສັງຄົມ