ທ່ານ ສາດສະດາຈານ ປອ ຈະເລີນ ເຢຍປາວເຮີ, ກໍາມະການສູນກາງພັກ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄືອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ນິຕິກຳລຸ່ມກົດໝາຍ ຢູ່ແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ເພັດວິໄຊ ສູນວິໄລ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ມີຄະນະກຳມະການຈັດຕັ້ງປະຕິບັດລຸ່ມກົດໝາຍຂັ້ນແຂວງ, ມີພະນັກງານຫຼັກແຫຼ່ງພາຍໃນຫ້ອງວ່າການແຂວງ, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.
ໂອກາດດັ່ງກ່າວ ທີມງານຂອງລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແມ່ນໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດນິຕິກຳລຸ່ມກົດໝາຍຈາກທ່ານ ເພັດວິໄຊ ສູນວິໄລ ເຊິ່ງທ່ານໄດ້ກ່າວວ່າ: ພາຍຫລັງທີ່ໄດ້ຮັບບັນດານິຕິກຳ, ດຳລັດ, ຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງການຂອງຂັ້ນເທິງ. ແຂວງກໍ່ໄດ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍມາເປັນຂອງແຂວງ ແລະ ມອບໃຫ້ພະແນກການ, ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນແມ່ນໄດ້ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍບັນດານິຕິກຳລຸ່ມກົດໝາຍ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນຕ່າງໆ ທີ່ຕິດພັນກັບການຊຸກຍູ້ບັນດານິຕິກຳລຸ່ມກົດໝາຍ ຜ່ານມາແຂວງແມ່ນໄດ້ຮັບເອກະສານຕ່າງໆຂອງນິຕິກຳລຸ່ມກົດໝາຍ ໃນການຄົ້ນຄວ້າຈັດຕັ້ງຜັນຂະຫຍາຍ ຕິດຕາມ ແລະ ຊຸກຍູ້ວຽກງານຕ່າງໆທີ່ປິ່ນອ້ອມຢູ່ແຂວງ ໄຊຍະບູລີ ໂດຍສະເພາະແມ່ນຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ໄດ້ຈຳນວນ 6 ສະບັບ, ດຳລັດ ໄດ້ 5 ສະບັບ, ຂໍ້ຕົກລົງໄດ້ 3 ສະບັບ ແລະ ແຈ້ງການຂອງລັດຖະບານ ຈຳນວນ 7 ສະບັບ, ພ້ອມດຽວກັນແຂວງກໍ່ໄດ້ຈັດຕັ້ງຄົ້ນຄວ້າຜັນຂະຫຍາຍ ແລະ ມອບໃຫ້ຄະນະທິມງານຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ກວດກາເບິ່ງຂໍ້ມູນຕົວຈິງ.
ຈາກນັ້ນ ແຂວງກໍ່ໄດ້ອອກນິຕິກຳລຸ່ມກົດໝາຍຂັ້ນແຂວງໄດ້ 3 ສະບັບ ແລະ ອີກ 2 ສະບັບ ແມ່ນກະກຽມຜ່ານກອງປະຊຸມສະພາປະຊາຊົນແຂວງ ຮັບຮອງໃນຂັ້ນຕໍ່ໄປ. ສ່ວນໂຄງການຂະໜາດໃຫຍ່ທີ່ລັດຖະບານອະນຸຍາດ 2 ໂຄງການຄື: ໂຄງການໄຟຟ້າພະລັງງານຄວາມຮ້ອນອົງສາ ແມ່ນສຳເລັດແລ້ວຮ້ອຍສ່ວນຮ້ອຍ ສາມາດຜະລິດພະລັງງານໄດ້ 12.582 ເມັກກາວັດຕໍ່ຊົ່ວໂມງ ແລະ ໂຄງການກໍ່ສ້າງເຄື່ອນໄຟຟ້າພະລັງງານແມ່ນ້ໍາຂອງ ຈັດຕັ້ງປະຕິບັດ 84 ສ່ວນຮ້ອຍ ປັດຈະບັນພວມຟື້ນຟູອາຊີບ ແລະ ຊີວິດການເປັນຢູ່ໄລຍະຍາວຂອງບ້ານທີ່ໄດ້ຖືກຜົນກະທົບ.
Editor: ດາວໄຊ ສີວິໄລ