ໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປາຖະກະຖາວັນມະຫາປະຕິວັດ ເດືອນຕຸລາ ຣັດເຊຍ ຄົບຮອບ 100 ປີ ຊຶ່ງໄດ້ຈັດຂຶ້ນໃນເມື່ອບໍ່ດົນນີ້ ທີ່ຫ້ອງປະຊຸມ ຂອງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໃຫ້ກຽດປາຖະກະຖາ ໂດຍທ່ານ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ມີບັນດາຄະນະປະຈຳພັກ, ຄະນະພັກນະຄອນຫຼວງວຽງຈັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວບາງຕອນວ່າ: ວັນທີ 7 ພະຈິກ ປີ 1917 ການປະຕິວັດ ເດືອນຕຸລາ ໄດ້ເກີດຂຶ້ນ ມັນບໍ່ແມ່ນເຫດການແບບບັງເອີນ ແຕ່ມັນແມ່ນກົດເກນທີ່ຕ້ອງເປັນໄປຂອງສັງຄົມມະນຸດ, ມັນເປັນການໄຂສັງກາດໃໝ່ ໃຫ້ແກ່ມວນມະນຸດ ໃນການຂ້າມຜ່ານໄປສູ່ລະບອບໃໝ່ ລະບອບສັງຄົມນິຍົມ, ການປະຕິວັດເດືອນຕຸລາສຳເລັດຜົນ ໄດ້ເກີດມີລັດຂອງຊົນຊັ້ນກຳມະກອນ ແລະ ຊາວນາ ເປັນຄັ້ງທຳອິດໃນໂລກ, ແມ່ນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ລະບອບກົດຂີ່ຂູດຮີດຄົນໄດ້ຖືກລົບລ້າງຢ່າງສິ້ນເຊີງ. ເຖິງແມ່ນວ່າສະຫະພາບໂຊຫວຽດ ແລະ ເອີຣົບຕາເວັນອອກ ລົ້ມສະຫຼາຍ ແຕ່ປະຊາຊົນສ່ວນໃຫຍ່ຢູ່ປະເທດເຫຼົ່ານັ້ນ ກໍຍັງຈົດຈຳຄຸນຄ່າຂອງລັດທິສັງຄົມນິຍົມ ແລະ ການປະຕິວັດເດືອນຕຸລາ.
ສໍາລັບ ຢູ່ ສປປ ລາວ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ໃນພາລະກິດກ້າວເດີນໄປສູ່ ສັງຄົມນິຍົມ ໄດ້ມີຄວາມສະດຸ້ງໄວ, ຮູ້ຈັກຈຸດດີທີ່ຖືກຕ້ອງ ແລະ ຮູ້ຈັກຈຸດອ່ອນທີ່ຄົງຄ້າງຂອງຕົນ, ທ່ານ ໄກສອນ ພົມ ວິຫານ ໄດ້ມີແນວຄິດລິເລີ່ມ ປ່ຽນແປງໃໝ່, ມາຮອດປີ 1986 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ຈຶ່ງໄດ້ກາຍເປັນ ແນວທາງປ່ຽນແປງໃໝ່ ຊຶ່ງກ່ອນອື່ນ ແມ່ນປ່ຽນແປງທາງ ດ້ານຈິນຕະນາການ, ເສດຖະກິດ, ການປ່ຽນ ໃໝ່ມີຫຼັກການ, ມີທິດນຳທີ່ຊັດເຈນ ແລະ ໄດ້ກຳນົດ ຫຼັກການຢຶດໝັ້ນລັດ ທິມາກ-ເລນິນ, ຢຶດໝັ້ນສັງຄົມນິຍົມຢ່າງຈະແຈ້ງ.
Editor: ດາວໄຊ ສີວິໄລ