ໃນວັນທີ 28 ພະຈິກ 2017 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫລີມສະຫລອງ ປີສາມັກຄີມິດຕະພາບແຫ່ງການ ສ້າງການຮ່ວມມືຂະແໜງຍຸຕິທຳ ລະຫວ່າງ ສອງກະຊວງຍຸຕິທຳ ລາວ-ຫວຽດນາມ ຄົບຮອບ 35 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ເລແທງ ລອງ, ລັດຖະມົນຕີ ກະຊວງຍຸຕິທຳ ສສ ຫວຽດນາມ, ທ່ານ ຫງວຽນ ບາຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ພ້ອມດ້ວຍພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ແລະ ພະແນກຍຸຕິທຳ ນະຄອນຫລວງວຽງຈັນ ແລະ ນັກສຶກສາກົດໝາຍ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກ່າວວ່າ: ການຮ່ວມມືທາງດ້ານວຽກງານກົດໝາຍ ແລະ ຍຸຕິທຳ ຂອງສອງກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ມີການເຊັນສັນຍາຮ່ວມມືນຳກັນ ເລີ່ມຕົ້ນແຕ່ປີ 1982 ເປັນຕົ້ນມາ, ເຊິ່ງນັບແຕ່ນັ້ນມາ ກະຊວງຍຸຕິທຳ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການກົດໝາຍ ແລະ ຍຸຕິທຳ, ທາງດ້ານອຸປະກອນ ເຊິ່ງການຊ່ວຍເຫລືອດັ່ງກ່າວ ໄດ້ສະແດງອອກໃນຕົວຈິງ ຄື ໄດ້ສົ່ງຊ່ຽວຊານ ມາຊ່ວຍສ້າງຫລັກສູດການຮຽນ-ການສອນກົດໝາຍຊັ້ນກາງ ໃຫ້ກະຊວງຍຸຕິທຳ ສປປ ລາວ; ສົ່ງຊ່ຽວຊານ, ນັກວິຊາການ ທີ່ມີຄວາມຊຳນານທາງດ້ານກົດໝາຍມາຊ່ວຍສ້າງລັດຖະທຳມະນູນ ສະບັບທຳອິດໃຫ້ ສປປ ລາວ ເຊິ່ງປະກາດໃຊ້ໃນວັນທີ 15 ສິງຫາ ປີ 1991; ໄດ້ຊ່ວຍເຫລືອບຳລຸງເຕັກນິກການສ້າງ ແລະ ປັບປຸງກົດໝາຍ ເຊັ່ນ: ກົດໝາຍໃນຂົງເຂດການເມືອງ-ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ໃຫ້ກະຊວງຍຸຕິທຳໃນ ສປປ ລາວ. ພ້ອມນີ້, ກະຊວງຍຸຕິທຳ ສສ ຫວຽດນາມ ໄດ້ເອົາໃຈໃສ່ ຊີ້ນຳບັນດາສະຖາບັນການສຶກສາວິຊາສະເພາະກົດໝາຍທີ່ຂຶ້ນກັບຕົນ ໃນການຊ່ວຍສ້າງ ຊັບພະຍາກອນມະນຸດໃນຂົງເຂດກົດໝາຍ ແລະ ຍຸຕິທຳ ໃຫ້ແກ່ ສປປ ລາວ ເຊັ່ນ: ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ, ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິງ, ມະຫາວິທະຍາໄລກົດໝາຍນະຄອນເຮ້ວ, ສະຖາບັນຍຸຕິທຳ ແລະ ວິທະນາໄລກົດໝາຍຊັ້ນການດົງເຫີ້ຍ ກໍໄດ້ຕັ້ງໜ້າເຮັດໜ້າທີ່ໃນການສ້າງ, ບຳລຸງພະນັກງານ, ນັກສຶກສາໃນຂົງເຂດກົດໝາຍ ແລະ ຍຸຕິທຳ ສະໜອງໃຫ້ແກ່ ສປປ ລາວ ຢ່າງຕໍ່ເນື່ອງ ເຊິ່ງຕະຫລອດ 35 ປີ ຜ່ານມາ ໄດ້ສ້າງບຸກຄະລາກອນນັກກົດໝາຍນັບແຕ່ຊັ້ນກາງຂຶ້ນໄປ ລວມທັງໝົດ 672 ຄົນ, ໃນນີ້ ປະລິນຍາຕີ 143 ຄົນ, ປະລິນຍາໂທ 72 ຄົນ ແລະ ປະລິຍາເອກ 4 ຄົນ. ບັນດາພະນັກງານ, ນັກສຶກສາລາວ ພາຍຫລັງໄດ້ຮຽນຈົບຈາກສະຖາບັນການສຶກສາຕ່າງໆ ຂອງ ສສ ຫວຽດນາມ ສ່ວນຫລາຍແມ່ນມາຮັບໃຊ້ໃນອົງການຈັດຕັ້ງຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ໃນທຸກຂະແໜງການຂອງ ສປປ ລາວ.
ພ້ອມນີ້, ທ່ານ ເລແທງ ລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ ໄດ້ກ່າວວ່າ: ດ້ວຍພື້ນຖານການພົວພັນພິເສດ ຫວຽດນາມ-ລາວ ໄດ້ມີການຮ່ວມມືຮອບດ້ານໃນທຸກຂົງເຂດການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ອື່ນໆ. ໂດຍສະເພາະການພົວພັນຮ່ວມມືກ່ຽວກັບກົດ ໝາຍ ແລະ ຍຸຕິທຳ ລະຫວ່າງ ຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປີດກວ້າງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ໂດຍມີລະບອບການເມືອງ, ໂຄງສ້າງລັດ ແລະ ກົດໝາຍ ມີຫລາຍໆຈຸດຄ້າຍຄືກັນ, ການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ໄດ້ກຳເນີດຂຶ້ນ ນັບຕັ້ງແຕ່ພາຍຫລັງສອງປະເທດໄດ້ຮັບຜົນສຳເລັດ ໃນພາລະກິດປະຕິວັດ ປົດປ່ອຍປະຊາຊົນ ໃນປີ 1975 ແລະ ໄດ້ຮັບການສ້າງສາຍພົວພັນຂຶ້ນຢ່າງເປັນທາງການໃນປີ 1982 ດ້ວຍການເຊັນສົນທິສັນຍາຮ່ວມມື ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ຫວຽດນາມ ແລະ ສປປ ລາວ.
Editor: ຂ່າວສານປະເທດລາວ