ຫວ່າງບໍ່ດົນນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ນາຍ ແລະ ພົນທະຫານຢູ່ກອງພັນໃຫຍ່ 11 (ສິບເອັດ), ເຊິ່ງໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກທ່ານ ພົນໂທ ສຸວອນ ເລືອງບຸນມີ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາພະນັກງານຫລັກແຫລ່ງ ກອງພັນໃຫຍ່ 11 (ສິບເອັດ), ກອງທັບປະຊາຊົນລາວ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວນີ້, ທ່ານປະທານປະເທດໄດ້ຮັບຟັງການ ລາຍງານໂດຍຫຍໍ້ກ່ຽວກັບສະພາບການຂອງກົມກອງ ກ່ຽວກັບທີ່ຕັ້ງພາລະບົດບາດ ແລະ ໜ້າທີ່ການເມືອງ, ຈາກທ່ານ ພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກ, ຫົວໜ້າການ ເມືອງກອງພັນໃຫຍ່ 11 (ສິບເອັດ), ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງກົມກອງໂດຍສະເພາະ ແມ່ນຂົງເຂດວຽກງານການເມືອງ, ວຽກງານພັກ-ພະນັກງານ ໄດ້ພ້ອມກັນຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກກະຊວງປ້ອງກັນປະເທດໄດ້ຖືສຳຄັນວຽກງານກໍ່ສ້າງຮາກຖານການເມືອງກັບປະຊາຊົນ ທີ່ກົມກອງຕັ້ງທັບ ໃຫ້ມີຄວາມສະຫງົບໜັກແໜ້ນເຂັ້ມແຂງ, ຖືເອົາແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເປັນໄມ້ຫລາວັດແທກຄຸນະພາບຂອງ ພະນັກງານນັກຮົບ, ໃນໂອກາດນີ້ທ່ານ ປະທານປະເທດ ຍັງໄດ້ລົງພົບປະໂອ້ລົມພະນັກງານ-ນັກຮົບທີ່ກຳລັງຝຶກແອບ ຮ່ຳຮຽນສິລະປະຍຸດ-ຍຸດທະວິທີ ແລະ ຍັງໄດ້ລົງເບິ່ງການປູກພືດຜັກສ່ວນຄົວ ບາງກົມກອງ ຈຳນວນໜຶ່ງໂດຍລວມແລ້ວເຫັນວ່າ ແຕ່ລະກົມກອງສາມາດເພິ່ງຕົນເອງທາງສະບຽງອາຫານ, ເບິ່ງລະບົບການປຸກສ້າງຄ້າຍຄູຕ່າງໆ ກໍມີຄວາມແໜ້ນໜາ ຖາວອນຕາມທິດຫັນກອງ ທັບເປັນທັນສະໄໝເທື່ອລະກ້າວ.
ໂອກາດດຽວກັນນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ນາຍ ແລະ ພົນທະຫານ ຊີ້ທິດເຍືອງທາງໃຫ້ຄະນະນຳກອງທັບ ທຸກຂັ້ນຂອງກະຊວງ ກໍຄືຄະນະພັກ-ຄະນະບັນຊາກອງພັນໃຫຍ່ດັ່ງ ກ່າວ, ເຊິ່ງໄດ້ເນັ້ນໜັກໃຫ້ຮັກສາມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ, ພ້ອມກັນເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ ຖືເອົາວຽກງານດັ່ງກ່າວເປັນສຳຄັນພ້ອມ ທັງຈັດຕັ້ງສຶກສາອົບຮົມໃຫ້ທົ່ວເຖິງ, ເຮັດໃຫ້ເປັນລະບົບຕໍ່ເນື່ອງ ນຳເອົາລະບຽບກົດໝາຍເປັນຫລັກ, ຕິດພັນກັບພຶດຕິກຳຕົວຈິງ, ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີສະຕິລະວັງຕົວ ກຽມພ້ອມຮັບຄຳສັ່ງປະຕິບັດໜ້າທີ່ຢູ່ທຸກເວລາ, ຕັດສິນໃຈເຮັດສຳເລັດໜ້າທີ່ ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ຕາມຂອບເຂດທີ່ກົມກອງຮັບຜິດຊອບເປັນຢ່າງດີ.
Editor: ໂທລະພາບກອງທັບ