ໃນຕອນເຊົ້າຂອງວັນທີ 27 ພະຈິກ 2017 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂອ ມຽງ ຮວານ (OH Myung Hwan) ປະທານສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ໂດຍສະເພາະ ການເຮັດວຽກຮ່ວມກັນຂອງ ສອງສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ແລະ ສ.ເກົາຫຼີ-ລາວ ໃນກອງປະຊຸມປະຈຳປີຂອງສອງສະມາຄົມມິດຕະພາບດັ່ງກ່າວ. ອັນເປັນການປະກອບສ່ວນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ທີ່ມີມາກວ່າ 20 ປີ, ໃຫ້ນັບມື້ນັບມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ, ດ້ານໜຶ່ງ ການນຳຂັ້ນສູງຂອງສອງປະເທດ ກໍ່ໄດ້ພັດປ່ຽນກັນໄປຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປະຈຳ ໃນຕະຫຼອດຫຼາຍສິບປີທີ່ຜ່ານມາ. ນອກນັ້ນ, ສາທາລະນະລັດ ເກົາຫຼີ ແລະ ສປປ ລາວ ຍັງໄດ້ຮ່ວມກັນເປີດ 3 ສາຍການບິນໂດຍກົງ ລະຫວ່າງສອງປະເທດ ອັນເປັນການສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນສອງຊາດ ໄດ້ໄປມາຫາສູ່ກັນ ນັບມື້ນັບຫຼາຍຂຶ້ນ ເວົ້າສະເພາະ ກໍ່ແມ່ນນັກທ່ອງທ່ຽວຊາວເກົາຫຼີ ທີ່ໄດ້ເດີນທາງມາທ່ອງທ່ຽວລາວ ເພີ່ມຫຼາຍຂຶ້ນໃນທຸກໆປີ; ສາທາລະນະລັດ ເກົາຫຼີ ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍໆດ້ານ, ທັງທາງດ້ານການພັດທະນາຊັບພະຍາກອນມະນຸດ, ບັນດາໂຄງການຊ່ວຍເຫຼືອລ້າ, ໂຄງການລົງທຶນ ແລະ ການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພທຳມະຊາດໃນ ສປປ ລາວ ຊຶ່ງທາງສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ຍັງໄດ້ລະດົມທຶນຊ່ວຍເຫຼືອ ໃຫ້ແກ່ການກໍ່ສ້າງໂຮງຮຽນ 2 ແຫ່ງ ໃນນະຄອນຫຼວງວຽງຈັນ, ທີ່ຈະໄດ້ເປີດການນຳໃຊ້ໃນໄວໆນີ້.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຫວັງວ່າ ການຮ່ວມມືຂອງສອງສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ແລະ ສ.ເກົາຫຼີ-ລາວ ຈະໄດ້ຮັບການເສີມຂະຫຍາຍ ເປັນກ້າວໆ ເຊິ່ງນອກຈາກການມາເຄື່ອນໄຫວເຮັດວຽກຮ່ວມກັບຝ່າຍລາວ ໃນເທື່ອນີ້ແລ້ວ ຫວັງວ່າພາຍຫຼັງການໄປຢ້ຽມຢາມບັນດາທ້ອງຖິ່ນທາງພາກໃຕ້ຂອງລາວ ທີ່ມີທັງທຳມະຊາດທີ່ສວຍງາມ, ສະຖານທີ່ເກົ່າແກ່ປະຫວັດສາດ, ວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດ ທີ່ເປັນເອກະລັກຂອງຊາດລາວ ຄະນະຜູ້ແທນສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ຈະໄດ້ນຳໄປ ເຜີຍແຜ່ໂຄສະນາປະຊາສຳພັນ ໃຫ້ຄົນເກົາຫຼີ ມີຄວາມເຂົ້າໃຈ ແລະ ມາທ່ຽວເມືອງລາວໃຫ້ຫຼາຍຂຶ້ນ ໂດຍສະເພາະ ປີ 2018 ກໍ່ແມ່ນປີທ່ອງທ່ຽວລາວ ໂດຍຕິດພັນກັບການຈັດກິດຈະກຳຮ່ວມກັນ ລະຫວ່າງ ສອງສະມາຄົມມິດຕະພາບ ກໍ່ຄືສອງປະເທດ ລາວ-ສ. ເກົາຫຼີ ເປັນຕົ້ນ ການແລກປ່ຽນສິລະປະວັດທະນະທຳ ແລະ ກີລາ ຂອງສອງປະເທດ.
Editor: ກຳປານາດ ລັດຖະເຮົ້າ