ທ່ານ ປະລິນຍາເອກ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໂອ້ລົມ ແລະ ຊີ້ນໍາໃຫ້ແກ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງຊຽງຂວາງ ຢູ່ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ເຂົ້າຮ່ວມຮັບຟັງມີ ທ່ານ ສາດສະດາຈານ ປະລິນຍາເອກ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ, ມີທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ ພ້ອມດ້ວຍຫົວ ໜ້າ ຮອງຫົວໜ້າພະແນກການຂອງແຂວງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ສາດສະດາຈານ ປະລິນຍາເອກ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ກໍ່ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບ ພ້ອມທັງລາຍງານສະພາບລວມຂອງແຂວງ ໂດຍສະເພາະແຂວງໄດ້ເອົາໃຈໃສ່ຊີ້ນຳໆພາ ຜັນຂະຫຍາຍມະຕິ 10 ຂອງພັກ, ມະຕິ 7 ຂອງອົງຄະນະພັກແຂວງ, ສຳເລັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ, ເອົາໃຈໃສ່ໃນການຄຸ້ມຄອງໄມ້ຕາມດຳລັດເລກທີ່ 15/ນຍ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທົ່ວແຂວງມີຄວາມສະຫງົບປອດໄພໂດຍພື້ນຖານ, ການພັດທະນາເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສຸມໃສ່ຜະລິດ 5 ປະເພດສິນຄ້າຕົ້ນຕໍຂອງແຂວງ ເຊັ່ນ: ການລ້ຽງສັດໃຫຍ່ເປັນສິນຄ້າ, ການປູກສາລີແຂງ, ການປູກເຂົ້າໄກ່ນ້ອຍ, ການປູກມອນລ້ຽງມ້ອນ ແລະ ປູກໄມ້ແປກເພື່ອຂີດເອົາຢາງ ພ້ອມນີ້ບັນດາພະແນກການຍັງໄດ້ລາຍງານການປະຕິບັດໜ້າທີ່ວຽກງານໃນຂະແໜງຂອງຕົນໃຫ້ທ່ານຫົວນ້າຫ້ອງວ່າການສູນກາງພັກໄດ້ຮັບຊາບຕື່ມອີກ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ປະລິນຍາເອກ ຄຳພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງແຂວງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ແຂວງເອົາໃຈໃສ່ ຜັນຂະຫຍາຍມະຕິ 10 ຂອງພັກໃຫ້ປະກົດຜົນເປັນຈິງ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ກ່ມຄົນບໍ່ຫວັງດີທີ່ມ້າງເພທຳລາຍຄວາມສະຫງົບໃນສັງຄົມ, ສົງເສີມວຽກງານດ້ານເສດຖະກິດສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ຮຽກຮ້ອງໃຫ້ຄະນະນຳ, ພະນັກງານຫຼັກແຫຼ່ງເອົາໃຈໃສ່ຊີ້ນຳ-ນຳພາໃນການປະຕິບັດໜ້າທີ່ວຽກງານໃນຂະແໜງຂອງຕົນຮັບຜິດຊອບໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ຂ່າວຈາກ ທີມຂ່າວແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ