ໃນເມື່ອບໍ່ດົນນີ້ ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ຈໍາປາສັກ, ສະຫະພັນແມ່ຍິງ ສະພາປະຊາຊົນແຂວງ ຈໍາປາສັກ ໄດ້ຈັດກອງປະຊຸມ ສະຫຼຸບການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2017 ຂື້ນ ໂດຍການປະທານຂອງທ່ານ ຄໍາສີ ປ່ຽງວໍລະວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຮອງປະທານສະພາປະຊາຊົນແຂວງ ຈໍາປາສັກ, ມີທ່ານ ນາງ ເຕດາວັນ ແກ້ວພິລາວັນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຈໍາປາສັກ, ຕ່າງໜ້າອົງການຈັດຕັ້ງມະຫາຊົນ, ຕ່າງໜ້າໜ່ວຍສະຫະພັນແມ່ຍິງພາຍໃນຂົງເຂດປົກປ້ອງກົດໝາຍ ແລະ ສະມາຊິກສະຫະພັນແມ່ຍິງຂອງຮາກຖານສະຫະພັນແມ່ຍິງສະພາປະຊາຊົນແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຊຶ່ງຜູ້ເຂົ້າໄດ້ຮັບຟັງ ການສະຫຼຸຸບຕີລາຄາ ການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງແຂວງໃນໜຶ່ງປີຜ່ານມາ ແລະ ທິດທາງແຜນການປະຈຳປີ 2018, ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ; ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະທີ 1 ແລະ ການຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ; ສະຫຼຸຸບຕີລາຄາການຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ; ຮັບຟັງການສັງລວມບ້ານປະຕິບັດສິດສະເໝີພາບຍິງ-ຊາຍ, ສົ່ງເສີມ ແລະ ພັດທະນາເດັກ ແລະ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ກົນໄກການປະສານງານວຽກງານ ພົວພັນຮ່ວມມືກັບຕ່າງປະເທດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
Editor: ດາວໄຊ ສີວິໄລ