ສປປ ລາວ ໄດ້ເປີດກອງປະຊຸມ ປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດທ່ອງທ່ຽວ ກ່ຽວກັບການສະໜັບສະໜູນ ວຽກງານການທ່ອງທ່ຽວຂອງ ສປປ ລາວ ເພື່ອຮ່ວມມືກັນຊອກຫາຊ່ອງທາງ ໃນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທີ່ຈະເຂົ້າມາຢ້ຽມຢາມ ສປປ ລາວ ໃຫ້ນັບມືນັບຫລາຍຂຶ້ນ ໂດຍສະເພາະໃນໄລຍະສະເຫລີມສະຫລອງ ປີທ່ອງທ່ຽວລາວ 2018 ນີ້ ໃຫ້ມີບັນຍາກາດຄຶກຄື້ນ, ພ້ອມທັງປຶກສາຫາລື ກ່ຽວກັບບັນຫາທີ່ຄົງຄ້າງ ແລະ ສິ່ງທ້າຍທາຍຕ່າງໆ ໃນການສົ່ງເສີມການພັດທະນາການທ່ອງທ່ຽວ ຢູ່ພາຍໃນປະເທດໃຫ້ນັບມື້ນັບເຕີບໃຫຍ່ ແລະ ຂະຫຍາຍຕົວ.
ກອງປະຊຸມດັ່ງກ່າວຈັດຂຶ້ນ ໃນທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຊິ່ງກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ເພື່ອຊອກຫາບັນຫາທີ່ຄົງຄ້າງ ແລະ ສິ່ງທີ່ທ້າທາຍຕ່າງໆ ໃນວຽກງານການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະ ແມ່ນວຽກງານການພັດທະນາການທ່ອງທ່ຽວ, ວຽກງານການຄຸ້ມຄອງການທ່ອງທ່ຽວ, ວຽກງານການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການທ່ອງທ່ຽວ ເພື່ອກຳນົດມາດຕະການທີ່ເໝາະສົມຖືກຕ້ອງໃນການແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ ທີ່ສົ່ງຜົນກະທົບໃສ່ວຽກງານການທ່ອງທ່ຽວຂອງລາວ, ພ້ອມດຽວກັນນີ້ ຍັງເປັນການສືບຕໍ່ປັບປຸງການຈັດຕັ້ງ, ປັບປຸງ ຂໍ້ກຳນົດ ກົດລະບຽບການຕ່າງໆ ໃຫ້ແທດເໝາະກັບສະພາບ ແຫ່ງການຂະຫຍາຍຕົວອັນວ່ອງໄວຂອງການທ່ອງທ່ຽວລາວ.
ອຸດສາຫະກຳການທ່ອງທ່ຽວຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສະເພາະໃນປີ 2016 ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາທ່ຽວ ສປປ ລາວ ຈຳນວນ 4,2 ລ້ານເທື່ອຄົນ ແລະ ສາມາດສ້າງລາຍຮັບໄດ້ທັງ ໝົດເຖິງ 724 ລ້ານໂດລາສະຫະລັດ, ເຊິ່ງເຫັນວ່າ ການທ່ອງທ່ຽວ ເປັນຂະແໜງການໜຶ່ງທີ່ເປັນທ່າແຮງ ໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບເຂົ້າປະເທດ ເຊິ່ງຈັດເປັນອັນດັບທີ 4 ຮອງຈາກ ຂະແໜງບໍ່ແຮ່, ອຸດສາຫະກຳອື່ນໆ ແລະ ໄຟຟ້າ. ສະເພາະປີ 2018 ຄາດໃຫ້ມີນັກທ່ອງທ່ຽວ ເຂົ້າມາລາວບໍ່ຕ່ຳກວ່າ 5 ລ້ານເທື່ອຄົນ ແລະ ສ້າງລາຍໃຫ້ຮັບໃຫ້ກັບປະເທດ ໃຫ້ໄດ້ປະມານ 900 ລ້ານໂດລາສະຫະລັດ.
Editor: ຂ່າວສານປະເທດລາວ