ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 3 ສະໄໝທີ VII ຈັດຂຶ້ນ ລະຫວ່າງວັນທີ 22 ຫາ 24 ພະຈິກ ຜ່ານມານີ້ ທີ່ສູນກາງສະຫະພັນແມ່ຍິງລາວ ມີທ່ານ ຈັນສີ ໂພສີຄຳ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ພ້ອມແຂກຖືກເຊີນຈາກສະຫະພັນແມ່ຍິງກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການຊີ້ນຳ-ນຳພາຂອງຄະນະ ສະຫະພັນແມ່ຍິງແຕ່ລະຂັ້ນ ໃນຂະບວນການເຄື່ອນໄຫວ ພັດທະນາສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ, ພັດທະນາເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ການປະຕິບັດຄຳຂັວນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ການສ້າງຄອບຄົວ-ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ການສ້າງວຽກເຮັດງານທໍາໃຫ້ແກ່ແມ່ຍິງ ການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ.
ສິ່ງສໍາຄັນອີກ ແມ່ນເປັນການຂະຫຍາຍຂອງການປັບປຸງປົວແປງທົ່ວພັກພາຍໃນສູນກາງສະຫະພັນແມ່ຍິງລາວ, ເຊິ່ງໄດ້ສໍາເລັດກາງປີນີ້ ບັນດາທ່ານ ໃນຄະນະບໍລິຫານງານ ຈະໄດ້ສືບຕໍ່ນໍາເອົາຜົນຂອງການປັບປຸງປົວແປງພັກ ມາຜັນຂະຫຍາຍເຂົ້າໃນວຽກງານຊີ້ນຳ-ນຳພາຂະບວນການລວມຂອງເອື້ອຍນ້ອງແມ່ຍິງເຮົາໃຫ້ມີໃບໜ້າໃໝ່ ມີບັນດາແຜນ ການ-ໂຄງການພັດທະນາແມ່ຍິງລາວ ບັນລຸຕາມຄາດໝາຍດ້ວຍປະສິດທິຜົນ ແລະ ປະສິດທິພາບສູງ.
Editor: ດາວໄຊ ສີວິໄລ