ທ່ານ ປອ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວຊາດ, ໄດ້ໂອ້ລົມຕໍ່ກອງປະຊຸມສາມັນຄົບຄະນະບໍລິຫານງານ ເທື່ອທີ 3 ສະໄໝທີ 7 ຂອງ ສູນກາງສະຫະພັນກຳມະບານລາວ, ທີ່ມີຄວາມໝາຍສຳຄັນຂອງກຳມະບານ ແລະ ສະມະຊິກກຳມະບານລາວ, ກໍ່ຄື ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ. ທັງເປັນບາດກ້າວບຸກທະລຸ ຂອງວຽກງານກຳມະບານ ໃນໄລຍະໃໝ່. ທ່ານ ຍັງໄດ້ຍ້ອງຍໍຊົມເຊີຍ ແລະ ອວຍພອນແກ່ກອງປະຊຸມສາມັນຄົບຄະນະບໍລິຫານງານຄັ້ງນີ້ ຈົ່ງມີຜົນສຳເລັດຈົບງາມ.
ໃນໄລຍະ 1 ປີ ຜ່ານມາ, ສູນກາງສະຫະພັນກຳມະບານລາວ ແລະ ການຈັດຕັ້ງກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນການຂອງລັດ ຢ່າງມີຫົວຄິດປະດິດສ້າງ, ປັບປຸງກໍ່ສ້າງ ອົງການກຳມະບານລາວ ໃຫ້ເປັນອົງການຕົວແທນແຫ່ງສິດຜົນປະໂຫຍດ ອັນແທ້ຈິງ ຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານລາວ, ກຳແໜ້ນພາລະບົດບາດ ແລະ ຄວາມຮັບຜິດຊອບທາງການເມືອງ ຂອງອົງການຕົນເປັນຢ່າງດີ, ໄດ້ປັບປຸງເນື້ອໃນ ແລະ ວິທີການເຄື່ອນໄຫວນຳພາວຽກງານ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການປ່ຽນແປງໃໝ່, ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ, ແນວຄິດ ໃຫ້ສະມາຊິກກຳມະບານ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງ ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດວາງອອກ ດ້ວຍຫຼາຍລະດັບ, ຫຼາຍຮູບການ, ຫຼາຍວິທີການ, ເຮັດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ມີຄວາມເຊື່ອ ໝັ້ນຕໍ່ການນຳພາ ຂອງພັກ, ການຄຸ້ມຄອງລັດ, ມີຄວາມຫ້າວຫັນໃນການປະຕິບັດພັນທະໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ປະກອບສ່ວນສໍາຄັນ ເຮັດໃຫ້ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ນັບມື້ນັບໜັກແໜ້ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງກໍາມະກອນ, ຜູ້ອອກແຮງງານລາວບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນດີກວ່າເກົ່າ.
Editor: ດາວໄຊ ສີວິໄລ