ກາງເດືອນພະຈິກ 2017 ທີ່ຜ່ານມານີ້, ຢູ່ຫ້ອງການສານປະຊາຊົນເຂດ 03 ເມືອງເຊໂປນ ໄດ້ຈັດພິທີມອບ-ຮັບຫ້ອງການຫຼັງ ໃໝ່ ຂື້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ, ມີ ທ່ານ ພູຄຳ ເລນິນ ປະທານສານປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ, ສານເຂດ 04 , ສານເຂດ 01, ຫົວໜ້າ, ຄະນະຫ້ອງການອອ້ມຂ້າງ,ບໍລິສັດ ຜູ້ຮັບເໝົາກໍ່ສ້າງ, ພ້ອມດ້ວຍພະນັກງານວິຊາການຫ້ອງການສານເຂດ 03 ເຂົ້າຮ່ວມ. ໃນພິທີ ທ່ານ ຍົມມະນາ ທຸມສະຫວັນ ເຈົ້າຂອງບໍລິສັດ ຜູ້ຮັບເໝົາໂຄງການ ໄດ້ຂື້ນຜ່ານບົດສະຫລຸບສໍາເລັດການກໍ່ສ້າງ, ຈຸດດີ, ຈຸດອອ່ນໃນໄລຍະການກໍ່ສ້າງ, ການກໍ່ສ້າງແມ່ນເລີ່ມລົງມື ກໍ່ສ້າງໃນວັນທີ 20 ມີນາ 2017 ແລະ ສຳເລັດການກໍ່ສ້າງໃນວັນທີ 17 ພະຈິກ100 ສ່ວນຮ້ອຍຮ້ອຍ ລວມມູມຄ່າການກໍ່ສ້າງ 4 ຕື້ 9 ຮ້ອຍລ້ານກີບ, ອາຄານດັ່ງກ່າວກ້ວາງ 12 ແມັດ, ຍາວ 28 ແມັດ,12 ຫ້ອງນ້ອຍ, 3 ຫ້ອງໃຫ່ຍ ໃນນີ້ຫ້ອງປະຊຸມ 1 ຫ້ອງ, ຫ້ອງຕັດສິນຄະດີ 1 ຫ້ອງ,ຫ້ອງຮັບແຂກ 1 ຫ້ອງ, ຫ້ອງນໍ້າ 6 ຫ້ອງ ເປັນອາຄານສອງຊັ້ນສູງປະມານ 7 ແມັດ, ມຸ້ງດ້ວຍກະເບື້ອງ, ຝາກໍ່ດ້ວຍດີນຈີ່, ພື້ນປູກາໂລ, ໃນນັ້ນຍັງມີຫໍພັກພະນັກງານ 3 ຫ້ອງ,ໂດຍແມ່ນທຶນສານປະຊາຊົນສູງສຸດ, ຊື່ງຫ້ອງການດັ່ງກ່າວແມ່ນຕັ້ງຢູ່ບ້ານສອນມີໄຊໃກ້ກັບຫ້ອງການຖະແຫລງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງເຊໂປນ, ຫຼັງຈາກນັ້ນຕາງໜ້າເຈົ້າຂອງໂຄງການຂື້ນກ່າວຮັບ ,ຈາກນັ້ນ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ ແລະ ທ່ານ ພູຄໍາ ເລນິນປະທານສານປະຊາຊົນແຂວງກໍ່ໄດ້ຮ່ວມຕັດແຖບຜ້າປ່ອຍປຸ້ມເປົ້າເປີດນໍາໃຊ້ຢ່າງເປັນທາງການ ແລະ ນໍາພາຄະນະປະທານແຂກເຂົ້າຢ້ຽມຊົມຫ້ອງການຫລັງໃໝ່ ແລະ ຮ່ວມພາເຂົ້າສາມັກຄີມ່ວນຊື່ນຕາມຮີດຄອງປະເພນີ
ຂ່າວຈາກທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ