ກອງປະຊຸມ ກ່ຽວກັບການສະຫນັບສະຫນູນວຽກງານການທ່ອງທ່ຽວ ໃນ ສປປ ລາວ ລະຫວ່າງພາກລັດ ແລະ ພາກທຸລະກິດ ໄດ້ຈັດຂື້ນໃນວັນທີ 24 ພະຈິກ 2017 ທີ່ຜ່ານມາ ທີ່ໂຮງແຮມ ເມືອງແທງ, ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສາດສະດາຈານ ດຣ. ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມ ມີ ຫົວຫນ້າກົມ-ຮອງກົມ, ຫົວຫນ້າພະແນກ ອ້ອມຂ້າງ ທີ່ກ່ຽວຂ້ອງ ຖວທ ແລະ ຜູ້ຕາງຫນ້າຈາກພາກທຸລະກິດ ສະມາຄົມທ່ອງທ່ຽວ ຂະແຫນງຕ່າງໆ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ຄັ້ງນີ້ ແມ່ນໄດ້ປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບການສະຫນັບສະຫນູນວຽກງານການທ່ອງທ່ຽວ ຂອງ ສປປ ລາວ, ພ້ອມການນັ້ນ ຍັງໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄວາມຄິດເຫັນ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ອ້ອມຂ້າງກະຊວງ ຖວທ ແລະ ກະຊວງທີ່ກ່ຽວຂ້ອງ ໃນສູນກາງ, ບັນດາສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ສະມາຄົມໂຮງແຮມ, ຮ້ານອາຫານ, ກິນດື່ມ ຈາກບັນດາແຂວງໃນທົ່ວປະເທດ. ນອກຈາກນີ້ ຍັງມີສະມາຄົມ ບໍລິສັດທ່ອງທ່ຽວ, ສະມາຄົມຂົນສົ່ງ ໃນການຊອກຮູ້ບັນຫາທີ່ຄົງຄ້າງໃນວຽກງານທ່ອງທ່ຽວ ໃນ ສປປ ລາວ ຖດຍສະເພາະວຍກງານການພັດທະນາການທ່ອງທ່ຽວ, ວຽກງານຄຸ້ມຄອງການທ່ອງທ່ຽວ, ວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ວຽກງານພັດທະນາຊັບພະຍາກອນມະນຸດ ຮັບໃຊ້ແກ່ການທ່ອງທ່ຽວ ເພື່ອກໍານຸດມາດຕະການ ທີ່ເຫມາະສົມ ແລະ ຖືກຕ້ອງໃນການແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ່ ທີ່ກະທົບຕໍ່ການທ່ອງທ່ຽວ ໃນ ສປປ ລາວ ພ້ອມກັນນັ້ນ ຍັງໄດ້ປັບປຸງການຈັດຕັ້ງ, ປັບປຸງຂໍ້ລະບຽບການຕ່າງໆ ໃຫ້ແທດເຫມາະກັບສະພາບການຂະຫຍາຍຕົວ ອັນວ່ອງໄວ ແກ່ການທ່ອງທ່ຽວ ໃນ ສປປ ລາວ.
ດັ່ງທີ່ຮູ້ນໍາກັນແລ້ວວ່າ: ອຸດສະຫະກໍາການທ່ອງທ່ຽວ ໃນ ສປປ ລາວ ໄດ້ມີການຂະຫຍາຍຕົວ ຢ່າງບໍ່ຍຸດຢັ້ງ ສະເພາະໃນປີ 2016 ແມ່ນມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວລາວ ຕໍານວນ 4 ລ້ານ 2 ແສນ ເທື່ອຄົນ ສ້າງລາຍຮັບ ທັງໝົດ 7 ລ້ານ ກວ່າ ໂດລ້າສະຫາລັດ ໂດຍອິງຕາມສະຖິຕີການທ່ອງທ່ຽວ. ການທ່ອງທ່ຽວ ໃນ ສປປ ລາວ ກາຍເປັນທ່າແຮງຫນື່ງ ໃນການສ້າງລາຍຮັບເຂົ້າປະເທດ ເຊີ່ງຈັດຢູ່ໃນ ອັນດັບ 4 ຖັດຈາກຂະແຫນງບໍ່ແຮ່, ອຸດສະຫາກໍາ ແລະ ໄຟຟ້າ. ແລະ ເພື່ອເປັນການປະຕິບັດເນື້ອໃນຈິດໃຈ ຂອງການຈັດປີທ່ອງທ່ຽວລາວ 2018 ໃຫ້ປະກົດຜົນເປັນຈິງ ກະຊວງ ຖວທ ໃນນາມເປັນເຈົ້າການຊຸກຍູ້ ແລະ ສົ່ງເສີມກິດຈະກໍາງານບຸນປະເພນີຕ່າງໆ, ຢູ່ບັນດາແຂວງ, ພ້ອມທັງກິດຈະກໍາອື່ນໆທີ່ປິ່ນອ້ອມ ເພື່ອສະເຫລີມສະຫລອງປິທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດໃຫມ່ ແລະ ຄຶກຄື້ນ ສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວ ໃຫ້ມາຢ້ຽມຢາມ ສປປ ລາວ ໃຫ້ຫລາຍຂື້ນ. ກອງປະຊຸມພົບປະ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການສະຫນັບສະຫນູນວຽກງານການທ່ອງທ່ຽວ ເພື່ອສົ່ງເສີມການສ້າງກິດຈະກໍາຕ້ອນຮັບປີທ່ອງທ່ຽວ 2018 ຈຸດປະສົງ ເພື່ອພົບປະ ແລະ ຫາລື ກັບພາກສ່ວນທີ່ກ່ຽວຊ້ອງ ທັງພາກລັດ ແລະ ເອກະຊົນ ໃນການຮ່ວມຫາຊ່ອງທາງອໍານວຍຄວາມສະດວກແກ່ການທ່ອງທ່ຽວ ວິທີດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ໃນໄລຍະ ສະເຫລີມສະຫລອງ ປີທ່ອງທ່ຽວລາວ 2018 ໃຫ້ຫລາຍ ແລະ ມີຄວາມຄຶກຄື້ນ.
Editor: ກຳປານາດ ລັດຖະເຮົ້າ