ເມື່ອບໍ່ດົນຜ່ານມາ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງເຊກອງ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຄໍາເຜິຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະ , ການມາຢ້ຽມຢາມແຂວງເຊກອງໃນຄັ້ງນີ້ ທ່ານຮອງປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 11 ເດືອນຜ່ານມາ ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈໍາປີ 2018 ໂດຍຫຍໍ້ ຈາກ ທ່ານ ຄໍາເຜິຍ ບຸດດາວຽງ ເລຂາພັກແຂວງ ເຈົ້າແຂວງເຊກອງ.
ຈາກນັ້ນ ທ່ານ ຮອງປະທານປະເທດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ ແຂວງເຊກອງຍາດມາໄດ້ໃນຊຸມປີທີ່ຜ່ານມາ ແລະ ພ້ອມທັງ ໃຫ້ທິດແລກປ່ຽນ ໂດຍເນັ້ນໜັກໜ້າວຽກອັນສຳຄັນຄື: ການປະຕິບັດແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຫັນລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ວຽກງານກໍ່ສ້າງ ພັກ-ພະນັກງານ, ເສີມຂະຫຍາຍວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມະຊິກພັກເປັນກົກ, ວຽກງານ ກະສິກຳໃຫ້ສອດຫ້ອຍເຂົ້າກັບການແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ສືບຕໍ່ໃກ້ຊິດບັນດາໂຄງການຕ່າງໆໃຫ້ສຳເລັດໂດຍໄວ, ສືບຕໍ່ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າຕ່າງໆພາຍໃນແຂວງເຊກອງໃຫ້ເປັນປຶກແຜ່ນແກ່ນສານເພື່ອຕ້ານກັບການໂຄສະນາແບບບິດເບືອນຂອງກຸ່ນຄົນບໍ່ຫວັງດີທີ່ຂັດແຍ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ. ໂອກາດຽວກັນນີ້, ທ່ານ ຮອງປະທານປະເທດ ຍັງໄດ້ຖືໂອກາດໄປຢ້ຽມຢາມ ເມືອງກະລຶມ, ເມືອງດາກຈຶງ ແຂວງເຊກອງ ນໍາອີກ.
Editor: ກຳປານາດ ລັດຖະເຮົ້າ