ໃນລະຫວ່າງ ວັນທີ 20-21 ພະຈິກ 2017 ຜ່ານມານີ້, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ພ້ອມກັນ ຈັດກອງປະຊຸມ ສຸຂະພາບ 1 ດຽວ ຄັ້ງທີ 6 ຂື້ນ ທີ່ໂຮງແຮມ ລາວພາຊາ, ນະຄອນຫລວງວຽງຈັນ ເຊີ່ງກອງປະຊຸມ ຄັ້ງນີ້ ໂດຍການເປັນປະທານຮ່ວມ ມີ ທ່ານ ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ປະລິນຍາເອກ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ດຣ. ນາງ ຈູລຽດ ເຟີສ ຈາກອົງການອະນາໄມໂລກ ປະຈໍາ ສປປ ລາວ,. ພ້ອມນັ້ນ ຍັງມີ ທ່ານອຸປະທູດ ສະຫາລັດອາເມລິກາ ຫົວຫນ້າພະແນກ. ຮອງພະແນກ ສາທາລະນະສຸກ, ພະແນກກະສິກໍາ ແລະ ປ່າໄມ້ ໃນແຕ່ລະແຂວງ, ລວມເຖິງພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ສຸຂະພາບ 1 ດຽວ ຄັ້ງທີ 6 ປະຈໍາປີ 2017 ຈັດຂື້ນໂດຍການຮ່ວມມື ລະຫວ່າງ ຂະແຫນງກະສິກໍາ ແລະ ປ່າໄມ້ ແລະ ຂະແຫນງສາທາລະນະສຸກ ໂດຍມີພະນັກງານຜູ້ຊ່ຽວຊານທີ່ກ່ຽວຂ້ອງ ໃນລະດັບສູນກາງ ແລະ ທ້ອງຖີ່ນ ຈາກ 18 ແຂວງທົ່ວປະເທດ ເຂົ້າຮ່ວມ, ເຊີ່ງກອງປະຊຸມຄັ້ງນີ້ແມ່ນເປັນການປະຕິບັດ ຢ່າງເປັນປົກກະຕິ ມາແຕ່ປີ 2011 ແລະ ຍັງເປັນການສ້າງຖອກາດໃຫ້ນັກວິຊາການ, ຜູ້ບໍລິຫານ ໄດ້ພົບກັບການນໍາສະເຫນີນະໂຍບາຍ ຜົນການວິໄຈຄົ້ນຄວ້າ, ປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບການ ລວມທັງການນໍາສະເຫນີ ມາດຕະການຕ່າງໆ ເພື່ອສົ່ງເສີມວຽກງານພົວພັນປະສານງານ ໃນການຕ້ານພະຍາດລະບາດ ທີ່ເກີດຂື້ນ ໃນ ສປປ ລາວ. ກອງປະຊຸມຄັ້ງນີ້ ຍັງຮ່ວມກັນສະເຫລີມສະຫລອງ ວັນສຸຂະພາບຫນື່ງດຽວ ຂອງສາກົນ ຢູ່ ສປປ ລາວ ເປັນຄັ້ງທໍາອິດອີກດ້ວຍ.
ດັ່ງທີ່ຮູ້ນໍາກັນ ສຸຂະພາບຄົນ, ສຸຂະພາບສັດ ແລະ ຄວາມສົມດຸນຂອງລະບົບນິເວດ ແມ່ນມີຄວາມກ່ຽວພັນ ເຊີ່ງກັນ ແລະ ກັນ ຢ່າງສະນິດແຫນ້ນ, ສະນັ້ນທຸກການເຄື່ອນໄຫວບັນຫາສຸຂະພາບ ແມ່ນບໍ່ສາມາດເຮັດໄດ້ ໂດຍລໍາພັງ ມັນຈິ່ງຮຽກຮ້ອງເຖິງການມີສ່ວນຮ່ວມ ຈາກຫລາຍພາກສ່ວນ, ຫລາຍຂະແຫນງການ ຢ່າງມີປະສິດທິພາບ.
Editor: ກຳປານາດ ລັດຖະເຮົ້າ