ເມື່ອບໍ່ດົນມານີ້, ຫ້ອງປະຊຸມສູນຝຶກອົບຮົມຮ່ວມມືລາວ - ຍີ່ປຸ່ນ ຫຼັກ 5 ( ໄອຊີທິຊີ)ນະຄອນຫຼວງວຽງຈັນ, ກະຊວງສະທາລະນະສຸກ ຮ່ວມກັບ ອົງການອານາໄມໂລກ ປະຈໍາ ລາວ ແລະ ອົງການ ຢູນີເຊບ ປະຈໍາ ລາວ, ໄດ້ຈັດກອງປະຊຸມ ຊີ້ແຈງການນໍາສະເໜີວັກຊີນ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ເຂັມທີ 2 ເຂົ້າໃນຕາຕະລາງລາງ ສັກຢາກັນພະຍາດແຫ່ງຊາດ ໃຫ້ກັບພະນັກງານແພດ - ໝໍ ທັງສູນກາງ ແລະ ທ້ອຖີ່ນ, ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ວັກຊີນ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ເຂັມທີ 2 . ໂດຍການເປັນປະທານຂອງ ທ່ານ ຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີຜູ້ຕາງຫນ້າຈາກອົງການ ອານາໄມໂລກ ປະຈໍາ ສປປລາວ, ມີຜູ້ຕາງຫນ້າຈາກ ອົງການ ຢູນີເຊບ ປະຈໍາ ສປປລາວ ພ້ອມດ້ວຍ ພະນັກງານແພດ - ໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຊີ້ແຈງການນໍາສະເໜີວັກຊີນ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ເຂັມທີ 2 ເຂົ້າໃນຕາຕະລາງລາງ ສັກຢາກັນພະຍາດ ແຫ່ງຊາດ ແມ່ນຂີດໝາຍອັນສໍາຄັນ ໃນການສ້າງພູມຄຸ້ມກັນ ເພື່ອປ້ອງກັນ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃຫ້ດີຂື້ນກວ່າເກົ່າ ໃຫ້ແກ່ລູກຫລານ ທີ່ເກີດໃຫມ່ ໃຫຍ່ລຸນ ແລະ ໃຫ້ແກ່ຊຸມຊົນທົ່ວໄປ ເພື່ອຮັບປະກັບບໍ່ໃຫ້ມີການລະບາດຂອງພະຍາດດັ່ງກ່າວ ເກີດຂື້ນດ້ວຍການສັກຢາ ກັນພະຍາດ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ເພີ່ມເຕີມອີກ 1 ເຂັມ ເຊິ່ງຖືວ່າເປັນເຂັມທີ 2 ໃຫ້ກັບເດັກນ້ອຍ ອາຍຸ 12 ເດືອນ ຫາ 18 ເດືອນ. ສ່ວນເຂັມທີ 1 ຍັງສັກ ໃຫ້ແກ່ເດັກນ້ອຍ ອາຍຸ 9 ຫາ 11 ເດືອນ ຄືເກົ່າ. ພະຍາດ ໝາກແດງນ້ອຍ ແມ່ນພະຍາດ ທີ່ ສາມາດຕິດຕໍ່ໄດ້ໄວທີ່ສຸດ ແລະ ແມ່ນພະຍາດ ຕິດຕໍ່ ທີ່ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ ສຸຂະພາບ, ຊີວິດ ແລະ ເສດຖະກິດຂອງປະເທດ ສ່ວນພະຍາດໝາກແດງໃຫຍ່ແມ່ນ ສາເຫດຂອງຄວາມຜິດປົກກະຕິ ຫຼື ການເສຍອົງຂະຫຼາຍຊະນິດ ຕັ້ງແຕ່ກໍາເນີດ ໃນເດັກນ້ອຍເກີດໃຫມ່ເຊັ່ນ: ພະຍາດກ່ຽວກັບຕາ, ການຟັງ, ຄວາມຜິດປົກກະຕິທາງສະໝອງ ແລະ ຫົວໃຈເປັນຕົ້ນ ເຊິ່ງຮ້ອງວ່າ ກຸ່ມອາການທາງດ້ານກໍາມະພັນ ຂອງພະຍາດໝາກແດງໃຫຍ່.
ການສັກວັກຊີນ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ຍັງຈະເປັນໂອກາດໃຫ້ແກ່ພະນັກງານແພດ - ໝໍ ໄດ້ກວດສຸຂະພາບຂອງເດັກນ້ອຍ ແລະ ໃຫ້ບໍລິການສຸຂະພາບເຊື່ອມສາອື່ນໆໄປນໍາ ໃນໄລຍະຜ່ານມາ ເຖິງວ່າ ສປປລາວ ເຮົາ ສາມາດປ້ອງກັນຊີວິດເດັກນ້ອຍລາວໄດ້ຫລາຍຄົນກໍ່ຕາມ ແຕ່ຍັງມີເດັກດນ້ອຍອີກ ຈໍານວນຫຼາຍ ທີ່ ຍັງບໍ່ໄດ້ຮັບການສັກຢາ ວັກຊີນ ເພື່ອປົກປ້ອງເຂົາເຈົ້າຈາກພະຍາດ ອັນຕະລະລາຍ ໂດຍສະເພາະແມ່ນ ເດັກນ້ອຍ ທີ່ຢູ່ໃນເຂດຫ່າງໄກສອກລີກ ຊຶ່ງພວກເຂົາເຫລົ່ານັ້ນ ກໍ່ມີສິດ ທີ່ຈະໄດ້ຮັບການປົກປ້ອງ ຢ່າງເທົ່າທຽມກັນກັບເດັກຄົນອື່ນໆ, ດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ຍັງເປັນໂອກາດ ໃນການຊີ້ແຈງ, ອະທິບາຍຄວາມສໍາຄັນ ແລະ ສ້າງຄວາມເຊື່ອມໝັ້ນ ໃນການກັນພະຍາດ ໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ເພື່ອເຮັດແນວໃດໃຫ້ ເດັກນ້ອຍ - ລູກຫລານຂອງພວກເຮົາ ໄດ້ເຕີບໃຫຍ່ພ້ອມສຸຂະພາບທີ່ແຂງແຮງ ໃນການພັດທະນາປະເທດຊາດຂອງພວກເຮົາ ໃນອານາຄົດ.
Editor: ກຳປານາດ ລັດຖະເຮົ້າ