ເພື່ອເປັນການເສີມຂະຫຍາຍວຽກງານການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ-ລາວ ຄົບຮອບ 40 ປີ. ຢ່າງເປັນຂະບວນຟົດຟື້ນ ແລະ ພວມສຸມໃສ່ກະກຽມກອງປະຊຸມພົບປະ ລະຫວ່າງ ສອງກົມການເມືອງສູນກາງພັກ ປະຈໍາປີ 2018., ຢູ່ໂຮງແຮມວຽງຈັນພຼາຊາ ທ່ານ ທອງວັນ ວິໄລເຮືອງ ຮອງຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ໃຫ້ກຽດຕ້ອນຮັບການພົບປະ ຂອງ ທ່ານ ເລ້ ວັນ ເລີນ ຮອງຫົວໜ້າຄະນະຊີ້ນໍາພາກຕາເວັນຕົກສ່ຽງເໜືອ(ເຂດໄຕບັກ), ສູນກາງພັກກອມມູນິດ ສສ.ຫວຽດນາມ ພ້ອມດ້ວຍຄະນະ.
ທ່ານ ທອງວັນ ວິໄລເຮືອງ ຮອງຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໂຄງການຮ່ວມມືພັດທະນາເຂດຊາຍແດນ ລາວ-ຫວຽດນາມ ທີ່ໄດ້ຈັດຕັ້ງປະຕິບັດຢູ່ 15 ຈຸດສຸມ (ກຸ່ມບ້ານ) ທີ່ນອນຢູ່ 13 ເມືອງຂອງ 10 ແຂວງ. ແມ່ນມີຜົນສໍາເລັດດີ ແລະມີປະສິດທິຜົນສູງ. ພ້ອມນັ້ນ,ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ກໍ່ຄືລັດຖະບານ ສປປ ລາວ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການຮ່ວມມືດັ່ງກ່າວ ແລະຖືວ່າເປັນໂຄງການຕົວແບບທີ່ດີ ໃນການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຊື່ງເປັນການປະກອບສ່ວນອັນສໍາຄັນທີ່ສາມາດແກ້ໄຂບັນດາຈຸດຮ້ອນ, ຫຼໍ່ແຫຼ່ມ ຢູ່ຕາມຊາຍແດນ ໄດ້ໂດຍພື້ນຖານ, ເຮັດໃຫ້ເຂດຊາຍແດນຂອງສອງປະເທດ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ. ນອກນັ້ນ, ຍັງເຮັດໃຫ້ບັນດາເຂດຈຸດສຸມ ໄດ້ຮັບການພັດທະນາ ແລະມີການຫັນປ່ຽນໃໝ່ຢ່າງຈະແຈ້ງ ຊີວິດການເປັນຢູ່ຂອງປະຊາຊົນ ໄດ່ຮັບການປັບປຸງດີຂື້ນກວ່າເກົ່າ.
ໃນເວລາຕໍ່ມາ, ຄະນະດັ່ງກ່າວ ໄດ້ສືບຕໍ່ເຂົ້າພົບ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້. ໂອກາດນີ້, ທ່ານ ເລ້ ວັນ ເລີນ ຮອງຫົວໜ້າຄະນະຊີ້ນໍາພາກຕາເວັນຕົກສ່ຽງເໜືອ(ເຂດໄຕບັກ), ສູນກາງພັກກອມມູນິດ ຫວຽດນາມ ໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງການເຂົ້າມາເຄື່ອນໄຫວວຽກງານ ຢູ່ລາວໃນຄັ້ງນີ້ ພ້ອມທັງປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານ ການແກ້ໄຂບັນຫາເລື່ອງເຂດຊາຍແດນ ລາວ-ຫວຽດນາມ ແລະ ໂຄງການຮ່ວມມືພັດທະນາເຂດຊາຍແດນ ທີ່ໄດ້ຈັດຕັ້ງປະຕິບັດຢູ່ 15 ຈຸດສຸມ (ກຸ່ມບ້ານ) ທີ່ນອນຢູ່ 13 ເມືອງຂອງ 10 ແຂວງ ຂອງລາວ. ນອກນັ້ນ, ກໍ່ເພື່ອເປັນການຮັດແໜ້ນ ສາຍພົວພັນການຮ່ວມມືແບບພິເສດ ລະຫວ່າງ ລາວ-ຫວຽດນາມ-ລາວ ໃຫ້ມີບົດບາດຂະຫຍາຍຕົວກວ້າງຂວາງຂຶ້ນກວ່າເກົ່າ.
ໃນຕອນທ້າຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຜູ້ແທນຫວຽດນາມ ໃນການມາເຄື່ອນໄຫວວຽກງານຢູ່ລາວໃນຄັ້ງນີ້. ພ້ອມທັງ, ສະເໜີໃຫ້ສືບຕໍ່ ເສີ່ມຂະຫຍາຍວຽກງານການຮ່ວມມືແບບພິເສດຮອບດ້ານ ລະຫວ່າງລາວ-ຫວຽດນາມ-ລາວ ໃຫ້ມີການພັດທະນາຂຶ້ນເປັນກ້າວໆນໍາອີກ.
Editor: ກຳປານາດ ລັດຖະເຮົ້າ