ການມອບ-ຮັບຫນ້າທີ່ ລະຫວ່າງ ເຈົ້າແຂວງອັດຕະປື ຜູ່ເກົ່າແມ່ນ: ທ່ານ ປອ ນາມ ວິຍະເກດ ແລະ ຜູ້ໃໝ່ ແມ່ນ: ທ່ານ ເລັດ ໄຊຍະພອນ, ຮອງເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສ ປປ ລາວ ໃນວັນທີ 21 ພະຈິກ 2017 ຜ່ານມາ ທີ່ຫ້ອງວ່າການແຂວງອັດຕະປື
ຄຳສັ່ງຂອງນາຍົກລັດຖະມົນຕີ, ຜ່ານມະຕິຕົກລົງຂອງກົມການເມືອງ, ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ , ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ " ການຍົກຍ້າຍ ທ່ານ ປອ ນາມ ວິຍາເກດ, ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ່ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ສະພາວິທະຍາສາດ ສັງຄົມແຫ່ງຊາດ" ແລະ "ຕົກລົງແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ, ຮອງເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ຂື້ນເປັນເລຂາພັກແຂວງ ແລະ ເຈົ້າແຂວງອັດຕະປື ຜູ່ໃໝ່ ໃນໂອກາດດຽວກັນ ທ່ານ ດຣ ນາມ ວິຍາເກດ ກໍ່ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ໃນການຊີ້ນໍາໆພາວຽກງານ ຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງ 03 ປີກວ່າຜ່ານມາ ພ້ອມທັງກ່າວມອບໜ້າທີ່ ໃຫ້ເຈົ້າແຂວງຜູ່ໃໝ່.
ໃນຕອນທ້າຍຂອງພິທີ, ທ່ານ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ຮອງປະທານປະເທດແຫ່ງ ສ ປປລາວ ກໍ່ໄດ້ມີຄໍາເຫັນໂອ້ລົມ ບັນຫາສຳຄັນທ່ານໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນ ໃນການສັບຊ້ອນ ພະນັກງານການນຳຂັ້ນສູງ ໃນຄັ້ງນີ້, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະໃໝ່, ນອກຈາກນັ້ນທ່ານກໍ່ໄດ້ຮຽກຮ້ອງໃຫ້ເຈົ້າແຂວງຜູ່ໃໝ່, ຕ້ອງມີວິໃສທັດໃນການເບິ່ງບັນຫາ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ, ປັບປຸງແບບແຜນນຳພາ ແລະ ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ, ນໍາພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາ ແຂວງອັດຕະປື ເດີນໄປຂ້າງໜ້າ ດ້ວຍບາດກ້າວທີ່ໜັກແໜ້ນ.
Editor: ກຳປານາດ ລັດຖະເຮົ້າ