ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ເທື່ອທີ 3 ສະໄໝທີ 7 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-24 ທີ່ສູນກາງສະຫະພັນກໍາມະບານລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ປ້ານ ນ້ອຍມະນີ, ປະທານ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ທ່ານ ສີມູນ ອຸ່ນລາສີ, ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ມີບັນດາຄະນະປະທານ, ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຮອງປະທານສະຫະພັນກຳມະບານແຂວງ, ນະຄອນຫຼວງ, ກະຊວງ, ອົງການ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.
ການດຳເນີນກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ຕໍ່ການຊີ້ນຳ-ນຳພາ ຂອງສະຫະພັນກຳມະບານລາວ ແຕ່ລະຂັ້ນ ໃນການເຄື່ອນໄຫວວຽກງານກຳມະບານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ສູນກາງສະຫະພັນກຳມະບານລາວ ວາງອອກ, ເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ສະຫຼຸບ, ສັງເກດຕີລາຄາຄືນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວ ທົ່ວປະເທດ ຄັ້ງທີ 7. ມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ເທື່ອທີ 3 ສະໄໝທີ 7 ແລະ ກໍານົດທິດທາງວຽກງານຈຸດສຸມໃນຕໍ່ໜ້າ.
ບັນດາຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ວຽກງານກໍາມະບານລາວ ຈຳນວນໜຶ່ງ, ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ສະໄໝທີ 7 ຈະໄດ້ດຳເນີນຊີວິດການເມືອງ ເພື່ອສະຫຼຸບຕີລາຄາກ່ຽວກັບແບບແຜນການນຳພາ, ວິທີເຮັດວຽກ, ຮັບຮອງເອົາຄະນະບໍລິຫານງານ ສູນກາງສະຫະພັນກຳ ມະບານລາວ ສະໄໝທີ 7, ເພີ່ມເຕີ່ມຕຳແໜ່ງທີ່ວ່າງ, ຮັບຟັງການລາຍງານຜົນການປັບປຸຸງກົດໝາຍວ່າດ້ວຍກຳມະບານລາວ, ຮັບຮອງເອົາລະບຽບການຄຸ້ມຄອງ ແລະ ນຳໃຊ້ຫຼຽນກາ, ກາໝາຍ, ທຸງໄຊ, ກາປະທັບ ແລະ ເຄື່ອງແບບຂອງສະຫະພັນກຳມະບານລາວ.
Editor: ດາວໄຊ ສີວິໄລ