ທ້າຍອາທິດຜ່ານມາ ຢູ່ທີ່ ສະໂມສອນຂອງເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີ ພິທີເປີດຊຸດຝຶກອົບຮົມ ທິດສະດີ ການເມືອງ-ການປົກຄອງ ຊັ້ນຕົ້ນ ຊຸດທີ 1 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງວັງວຽງຢ່າງເປັນທາງການ. ໂດຍພາຍໃຕ້ການເປັນທານຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີບັນດາທ່ານຄະນະປະຈຳ,ກຳມະການພັກເມືອງ, ຫົວຫນ້າຫ້ອງການ ແລະ ນັກສຳມະນາກອນທີ່ມາຈາກ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ໂຮງຮຽນ, ຫ້ອງການອ້ອມຂ້າງ ເຂົ້າຮ່ວມ.
ຈຸດປະສົ່ງ ກໍ່ເພື່ອປະຕິບັດຕາມໂຄງການຫລັກສູດທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ( 3 ເດືອນ) ທີ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ວາງອອກ. ທັງເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຫລັກແຫຼ່ງຂອງເມືອງ ທີ່ບໍ່ທັນໄດ້ຜ່ານທິດສະດີມາກ່ອນ. ວິຊາທີ່ນໍາມາສອນມີທັງໝົດ 9 ວິຊາຫລັກ ຄື: ປັດສະຍາມາກ-ເລນິນ, ເສດຖະສາດການເມືອງ, ຄຸ້ມຄອງເສດຖະສາດ, ລັດທິສັງຄົມວິທະຍາສາດ, ການເມືອງວິທະຍາ, ທິດສະດີລັດແລະກົດໝາຍ, ປົກຄອງ, ກໍ່ສ້າງພັກ ແລະ ຂົນຂວາຍກໍ່ສ້າງຮາກຖານການເມືອງ. ລວມຊົ່ວໂມງຮຽນທັງໝົດມີ 374 ຊົ່ວໂມງ. ແລະ ມີນັກຮຽນທັງໝົດ 69 ຄົນ, ຍິງ 16 ຄົນ. ເຊິ່ງເລີ່ມຮຽນນັບແຕ່ວັນທີ່ 20 ພະຈິດ 2017 ຫາ 17 ກຸມພາ 2018 ຈຶ່ງຈະສໍາເລັດ
ຕອນທ້າຍ ທ່ານ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆວຽງຈັນໄດ້ຂຶ້ນ ໂອລົມຕໍ່ກັບຊຸດຝຶກ ອົບຮົມໂດຍ ທ່ານ ໄດ້ສຸມໃສ່ໃຫ້ນັກສຳມະນາກອນຈົ່ງຍາດແຍ່ງເອົາຄວາມຮູ້ທາງດ້ານທິດສະດີເພື່ອນຳມາໝູນໃສ່ເຂົ້າໃນວຽກງານຢ່າງມີຈຸດສຸມ ແລະ ໃຫ້ໄປຕາມທິດຊີ້ນໍາ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດ.
ທີມຂ່າວ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ