ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ- ຊູແອັດ ແລະ ການພັດທະນາ ເສດຖະກິດ-ສັງຄົມຮ່ວມກັນໃນໄລຍະໃໝ່. ດັ່ງນັ້ນ, ເມື່ອບໍ່ດົນຜ່ານມາ ທ່ານ ສະເຕຟານ ເຮີສະໂຕຣມ ເອກອັກຄະລັດຖະທູດ ແຫ່ງ ຊູແອດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມ ຂ່ຳນັບ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການມາຢ້ຽມຢາມ ເພື່ອປຶກສາຫາລື ກ່ຽວກັບ ກາລະຄວາມເປັນໄປໄດ້ ຂອງວຽກງານ ການຮ່ວມມືສອງຂອງຝ່າຍໃນຂົງເຂດການລົງທຶນດ້ານວຽກງານປ່າໄມ້ແບບຍືນຍົງ ໂດຍອີງຕາມການມອບໝາຍ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມມືສອງຝ່າຍໃນຂົງເຂດການລົງທຶນດ້ານວຽກງານ ປ່າໄມ້ແບບຍືນຍົງ. ນອກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືກັນກ່ຽວກັບ ການເຊື້ອເຊີນ ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄປຢ້ຽມຢາມ, ທັດສະນະ ເບິ່ງວຽກງານການພັດທະນາ ຢູ່ປະເທດຊູແອດ ເພື່ອເປັນການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ພ້ອມທັງຮັດແໜ້ນການປະສານງານຂອງແຕ່ລະພາກສ່ວນ ໃຫ້ສູງຂຶ້ນ. ພ້ອມທັງປຶກສາຫາລືກ່ຽວກັບວຽກງານການສຶກສາຂໍ້ມູນ ວິໄຈທາງດ້ານປ່າໄມ້ ໃນການຊ່ວຍເຫຼືອ ຈາກ ປະເທດຊູແອດ ໄລຍະຜ່ານມາ. ຕໍ່ບັນຫາດັ່ງກ່າວ ຝ່າຍລາວ ກໍ່ຄື ກະຊວງກະສິກຳ ແລະ ປ່າໄມ້ ມີຄວາມຍິນດີ ຮັບການເຊື້ອເຊີນດັ່ງກ່າວ ແລະ ພ້ອມໃຫ້ການຮ່ວມມື ດ້ານຂໍ້ມູນການວິໄຈ ທາງດ້ານປ່າໄມ້ແບບຍືນຍົງ ພ້ອມທັງເປັນໃຈໃນກາງການປະສານງານກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອລາຍງານວຽກງານດັ່ງກ່າວໃຫ້ ການນຳລັດຖະບານຊາບ ໃນວາລະຕໍ່ໄປ.
ຂໍ້ມູນຂ່າວ ຈາກ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ