ເມື່ອບໍ່ດົນມານີ້, ຢູ່ທີ່ສະພາການຄ້າ ແລະ ອຸດສະຫາກໍາແຫ່ງຊາດລາວ ໄດ້ຈັດງານຖະແຫລງຂ່າວ ການກະກຽມ ຂອງຄະນະຜູ້ແທນ ພາກລັດຖະບານ ແລະ ພາກທຸລະກິດ ຂອງ ສປປ ລາວ ເພື່ອເດີນທາງໄປຮ່ວມກອງປະຊຸມ ທີ່ພາກຕາເວັນອອກສຽງເຫນຶອ ຂອງປະເທດອິນເດຍ ກໍ່ຄື ທີ່ເມືອງມະນີປູ ເຊິ່ງກອງປະຊຸມດັ່ງກ່າວ ແມ່ນຈະໄດ້ຈັດຂື້ນ ໃນລະຫວ່າງວັນທີ 21-23 ພະຈິກ 2017 ນີ້.
ພາຍໃນງານຖະແຫລງດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຮ່ວມ ມີທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມນີ້ກໍ່ຍັງມີ ທ່ານ ເອກອັກຄະລັດຖະທູດ ແຫ່ງປະເທດອິນເດຍ ປະຈໍາ ສປປ ລາວ, ມີບັນດາຄະນະກໍາມະການຮັບຜິດຊອບທີ່ກ່ຽວຂ້ອງ ແລະ ຄະນະສື່ມວນຊົນ ສປປ ລາວ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ສະຫວັນຄອນ ຣາຊມຸນຕີຣ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນເນື້ອໃນບາງຕອນ ຂອງການເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ ຂອງຄະນະຜູ້ແທນ ສປປ ລາວ ວ່າ: ຄະນະຜູ້ແທນ ຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍຄະນະຜູ້ແທນ ຈາກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຜູ້ຕາງຫນ້າພາກທຸລະກິດ ແມ່ນກຽມເດີນທາງຮ່ວມກອງປະຊຸມ ທີ່ເມືອງມະນີປູ ຫລື ແຂວງມະນີປູ ທີ່ຕັ້ງທາງພາກທິດຕາເວັນອອກສຽງເຫນືອ ຂອງ ສາທາລະນະລັດ ອິນເດຍ, ນັ້ນກໍ່ຄື ກອງປະຊຸມ The North-East Deverlopment Summit ໃນລະຫວ່າງວັນທີ 21-22 ພະຈິກ ແລະ ກອງປະຊຸມ 25 Year Anniversary of ASEAN -India Dialogue Partnership Celebration ໃນວັນທີ 23 ພະຈິກ 2017 ເຊິ່ງກອງປະຊຸມ ທັງສອງ ແມ່ນໄດ້ຈັດຂື້ນໃນທ່າມກາງຄົບຮອບປີໃຫຍ່ ແຫ່ງການຮ່ວມມື ລະຫວ່າງ ອິນເດຍ ແລະ ອາຊຽນ
ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວຕື່ມວ່າ: ຕໍ່ກັບການເຂົ້າຮ່ວມກອງປະຊຸມ ທັງສອງ ວາລານີ້, ພາກລັດຖະບານ ສປປ ລາວ ແລະ ພາກທຸລະກິດ ແມ່ນເປັນການປະກອບສ່ວນໃຫ້ພາຍໃນງານມີບັນຍາກາດທີ່ອົບອຸ່ນ ແລະ ເປັນມິດທີ່ດີ, ແລະ ຍັງເປັນການປະກອບສ່ວນເສີມສ້າງການຮ່ວມມື ໃນດ້ານຕ່າງໆ ເປັນຕົ້ນ ທາງດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທໍາ-ສັງຄົມ, ລວມທັງຂະແຫນງການທີ່ກ່ຽວຂ້ອງໃນອີກຫລາຍຂົງເຂດ. ສໍາລັບຄະນະຜູ້ແທນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຫັນວ່າ ໂອກາດດັ່ງກ່າວ ແມ່ນເປັນໂອກາດທີ່ດີ ເຊິ່ງຈະໄດ້ນໍາສະເຫນີ ການພົວພັນອັນດີງາມ ລະຫວ່າງ ສປປ ລາວ ແລະ ອິນເດຍ ເຊີ່ງຫມາຍເຖິງການແລກປ່ຽນ ທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ໄປຕາມຈຸດປະສົງ ຂອງຂອດການຮ່ວມມືທີ່ດີງາມ ຕະຫລອດມາ ຂອງສອງປະເທດ ລາວ ແລະ ອິນເດຍ.
Editor: ກຳປານາດ ລັດຖະເຮົ້າ