ໃນວັນທີ 18 ພະຈິກ 2017 ນີ້, ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ ໄດ້ມີງານຖະແຫລງຂ່າວ ເວທີສົນທະນາ ການຮ່ວມມື ລາວ-ຈີນ ( ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ) ຄັ້ງທໍາອິດຂື້ນ ໂດຍການເຂົ້າຮ່ວມເປັນປະທານ ມີ ທ່ານ ສາດສະດາຈານ ປະລິນຍາເອກ ກິແກ້ວ ໄຂຄໍາພິທູນ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາດຊະມູນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຫວ່າງ ເວິນ ທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມນີ້ ເຂົ້າຮ່ວມມີ ບັນດາຫົວຫນ້າກົມ-ຮອງກົມອ້ອມຂ້າງ, ບັນດາແຂກ ຈາກ ສໍານັກຂ່າວສານເສດຖະກິດຈີນ ຂອງສໍານັກງານໃຫຍ່ຊີນຮວ່າ, ສໍານັກງານຂ່າວສານປະເທດລາວ, ສະພາການຄ້າຈີນ ຕ່າງດ້າວ ປະຈໍາ ສປປ ລາວ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກອງປະຊຸມ ຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມຫມາຍຄວາມສໍາຄັນ ຂອງ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ການພົວພັນກັບປະເທດອ້ອມຂ້າງ ແລະ ອົງການຮ່ວມມືລຸ່ມແມ່ນໍ້ຂອງ, ຜັນຂະຫຍາຍຜົນສໍາເລັດການຢ້ຽມຢາມ ຂອງການນໍາ ສອງປະເທດ. ສົ່ງເສີມການພັດທະນາຄວາມສໍາພັນແຫ່ງຍຸດທະສາດ ການຮ່ວມມືຮອບດ້ານຂອງສອງປະເທດ, ເວທີກອງປະຊຸມ ຈະພະຍາຍາມໃຫ້ກາຍເປັນກອງປະຊຸມໃຫຍ່ ໃນອົງການຮ່ວມມືລຸ່ມແມ່ນໍ້າຂອງ ແລະ ປະເທດ ໃນອາຊຽນ ທີ່ນອນໃນ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ. ສໍານັກງານຂ່າວສານ ທັງສອງປະເທດ ໄດ້ຮ່ວມກັນຈັດງານເວທີສົນທະນາ ນີ້ຂື້ນ ເພື່ອເປັນການໂຄສະນາປະຊາສໍາພັນໃຫ້ທົ່ວໂລກ ໄດ້ຮັບຮູ້ເຖິງແນວຄິດລີ່ເລີ່ມ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ແລະ ຫມາກຜົນແຫ່ງຄວາມສໍາເລັດ ຢ່າງຫລວງຫລາຍ ທີ່ໄດ້ຈາກການຮ່ວມມື ຢ່າງຈິງຈັງ ຂອງສອງຊາດ ລາວ-ຈີນ. ມິດຕະພາບຂອງສອງຊາດ ຕາງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊີ່ງນັບມື້ ນັບເພີ່ມຂື້ນເລື້ອຍໆ ຖືເອົາຄວາມຫມາຍສໍາຄັນແຫ່ງເສັ້ນທາງສາຍໄຫມ ຮ່ວມກັນສໍາຜັດ ແລະ ຮ່ວມກັນຢ່າງຍຸດຕິທໍາ, ເປີດກວ້າງແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ, ຕາງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ.
ສປປ ລາວ ແລະ ສປ ຈີນ ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ດີຕໍ່ກັນຕະຫລອດມາ, ແນວຄິດ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ແລະ ການຮອງຮັບຍຸດທະສາດການຫັນປ່ຽນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດທີ່ມີທາງອອກສູ່ທະເລ ລ້ວນແຕ່ສາມາດຕອບສະຫນອງກັບຄວາມຕ້ອງການໃນການພັດທະນາ ຂອງ ສອງປະເທດ ລາວ-ຈີນ, ສົ່ງເສີມການຮ່ວມມືແລກປ່ຽນດ້ານອຸດສາຫະກໍາ ລະຫວ່າງ ສອງປະເທດ, ເປັນການສ້າງເວທີໃຫມ່ ເພື່ອບັນລຸເປົ້າຫມາຍ ຕາງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ໃນກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ຮ່ວມກັນສ້າງ-ຮ່ວມກັນຮັບຮູ້ ເຖິງຫລັກການ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ເພື່ອສ້າງເປັນຂົວຕໍ່ແກ່ການປະສານງານ ການຮ່ວມມືດ້ານອຸດສາຫະກໍາ ແກ່ທັງສອງຝ່າຍ ລາວ-ຈີນ, ທັງເປັນການຂະຫຍາຍຊ່ອງວ່າງ ແຫ່ງການຮ່ວມມືດ້ານເສດຖະກີດການຄ້າ ທັງສອງປະເທດ.
ພາຍໃນງານ ດັ່ງກ່າວ ຍັງໄດ້ມີການລົງນາມ ຫລາຍສະບັບ ແລະ ຍັງໄດ້ມີພິທີມອບຄອມພິວເຕີ ແກ່ ຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ