ໃນວັນທີ 16 ພະຈິກ 2017 ຜ່ານມາ, ຢູ່ທີ່ສູນບໍລິການໄຟຟ້າເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີກອງປະຊຸມໃຫຍ່ຂອງ ສະຫະພັນແມ່ຍິງໜ່ວຍໄຟຟ້າເມືອງວັງວຽງ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ຂັນຄຳ ສີທານີ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີ ທ່ານ ບຸນຍິ່ງ ໄຕປະເສີດ ເລຂາໜ່ວຍພັກໄຟຟ້າ ຫົວຫນ້າສູນບໍລິການໄຟຟ້າເມືອງວັງວຽງ, ມີບັນດາອົງການຈັດຕັ້ງ, ສະຫະພັນແມ່ຍິງໜ່ວຍອ້ອມຂ້າງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍໄຟຟ້າເຂົ້າຮ່ວມ.
ທ່ານນາງ ວຽງມະນິດ ມີໄຊພົນ ປະທານສະຫະພັນແມ່ຍິງໜ່ວຍໄຟຟ້າ ໄດ້ຂື້ນຜ່ານບົດສະຫຼຸບແລະທິດທາງແຜນການວ່າ: ສະຫະພັນແມ່ຍິງໜ່ວຍໄຟຟ້າ ແມ່ນມີສາຍຕັ້ງຂຶ້ນກັບ ສະຫະພັນແມ່ຍິງເມືອງ, ມີ 2 ໜ່ວຍພັກຊີ້ນຳໆພາຄື: ຫນ່ວຍພັກໄຟຟ້າ ແລະ ໜ່ວຍພັກລະບົບໄຟຟ້າແຂວງວຽງຈັນ, ມີຄະນະ 2 ທ່ານ ເປັນສະມາຊິກພັກ 1 ທ່ານ, ມີສະມາຊິກທັງໝົດ 10 ທ່ານ ແລະ ແບ່ງອອກເປັນ 2 ຈຸ. ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍໄດ້ມີມູນເຊື້ອດຸໝັ້ນຂະຫຍັນພຽນເປັນແບບຢ່າງທີ່ດີ, ຄຽງຄູ່ກັບເພດຊາຍ, ເປັນເມຍທີ່ດີຂອງຜົວ, ເປັນແມ່ທີ່ດີຂອງລູກ, ເປັນພະນັກງານທີ່ດີຂອງກົມກອງ, ພ້ອມນັ້ນເອື້ອຍນ້ອງແມ່ຍິງພວກເຮົາໄດ້ມີຄວາມສາມັກຄີພາຍໃນ-ພາຍນອກໄດ້ເປັນຢ່າງດີ ແລະ ມີແນວຄິດອຸ່ນອ່ຽນທຸນທ່ຽງ ເຊື້ອຫມັ້ນ ຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຊິ່ງມັນສະແດງອອກໃນການປະຕິບັດແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງເມືອງ ແລະ ໄດ້ຮັບການຢັ້ງຢືນບຸກຄົນ 3 ດີ ມີ 9 ຄົນ, ພ້ອມນີ້ຍັງໄດ້ຮັບເປັນ ໜ່ວຍ 3 ດີ ແລະ ບຸກຄົນ 3 ດີີຄັ້ງທີ 2 ສະໄໝທີ່ 7 ອີກດ້ວຍ. ມີລາຍຮັບຈາກການເກັບເງິນນຳສະມາຊິກພາຍໃນໜ່ວຍ ແຕ່ລະເດຶອນໄດ້ທັງໝົດ 8 ລ້ານກວ່າກີບ. ທິດທາງແຜນໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງເຜີຍແຜ່ຮ່ຳຮຽນບັນດາເອກກະສານ ຂໍ້ແຂ່ງຂັນ 3 ດີ ກົດລະບຽບຂອງສະພັນແມ່ຍິງລາວ ແລະ ເອກະສານອື່ນໆ ມາຮໍ່າຮຽນໃຫ້ເອື້ອຍນ້ອງສະມາຊິກແມ່ຍິງ.
ກອງປະຊຸມຍັງໄດ້ມີການບ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ທ່ານ ເລືອກເອົາ 3 ທ່ານ, ຜ່ານການບ່ອນບັດຄັດເລືອກເອົາໄດ້ ທ່ານນາງ ວຽງມະນິດ ວິໄລພົນ ເປັນປະທານ, ທ່ານ ນາງ ສີອໍາໄພ ມີໄຊພົນ ເປັນຮອງ, ທ່ານ ນາງ ແສງສຸລີ ອຸດົມ ເປັນຄະນະ. ແລະ ຕອນທ້າຍກອງປະຊຸມ ທ່ານນາງ ຂັນຄໍາ ສີທານີ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ກໍ່ຍັງໃຫ້ກຽດໂອ້ລົມຕື່ມອີກ.
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ