ກາງເດືອນພະຈິກ 2017 ຜ່ານມາ, ຢູ່ທີ່ ສະໂມສອນເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີກອງປະຊຸມຄົບຄະນະຂອງອົງການແນວລາວສ້າງຊາດເມືອງຂຶ້ນ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຄະນະປະຈໍາ, ກໍາມະການພັກເມືອງ, ຫົວຫນ້າກຸ່ມບ້ານ, ຫົວຫນ້າຫ້ອງການ, ທະຫານ,ຕໍາຫຼວດ, ຜູ້ຊົງຄຸນວຸດທິ-ອາວຸໂສບຳນານ, ປະທານແນວລາວສ້າງຊາດບ້ານ-ພຣະສົງ ເຂົ້າຮ່ວມ.
ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ຍັງໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ແລະ ທິດທາງແຜນການວ່າ : ເມືອງວັງວຽງງແມ່ນເມືອງໜຶ່ງທີ່ຂຶ້ນກັບແຂວງວຽງຈັນມີເສັ້ນທາງເລກທີ່ 13 ຜ່ານແຕ່ເໜືອຮອດໃຕ້, ມີ 63 ບ້ານ, ມີ 6 ກຸ່ມບ້ານ, ມີພົນລະເມືອງທັງໝົດ59,661 ຄົນ, ຍິງ 29,503 ຄົນ, ປະກອບດ້ວຍ 4 ຊົນເຜົ່າເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອິວມ້ຽນ.ມີຄະນະກຳມະການສູນກາງແນວລາວສ້າງຊາດຈຳນວນ 1 ທ່ານປະຈຳຢູ່ເມືອງວັງວຽງ, ມີຄະນະກຳມະການແນວລາວສ້າງຊາດແຂວງ 6 ທ່ານ, ມີທີ່ປຶກສາ 11 ທ່ານ ແລະ ຄະນະກຳມະການແນວຂັ້ນບ້ານ 412 ທ່ານ, ຍິງ 124 ທ່ານ.ຕະຫລອດໄລຍະຜ່ານມາໃນຖານະເປັນຜູ້ຊີ້ນຳອົງການພາຄີ ແລະ ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີ ຂອງອົງການຈັດຕັ້ງການເມືອງ- ສັງຄົມ, ເປັນພາກສ່ວນໜຶ່ງທີ່ສຳຄັນ ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ກໍ່ຄືປະຊາຊົນບັນດາເຜົ່າ ຊັ້ນຄົນ, ສາສະຫນາ ແລະ ເພດໄວ, ຍູ້ແຮງສ້າງຂະບວນສ້າງຄວາມສາມັກຄີ ແລະ ບ້ານສາມັກຄີປອງດອງຕາມແນວທາງນະໂຍບາຍຂອງພັກ ແລະ ກົດຫມາຍຂອງລັດ ໃຫ້ປະກົດຜົນເປັນຈິງ.
ທົ່ວເມືອງມີຜູ້ຖືສາສະໜາພຸດທັງໝົດ 38,047 ຄົນ, ຍິງ 19,241 ຄົນ. ຖືຄຣິດ(ນິກາຍຄາໂຕລິກ) 371 ຄົນ, ຍິງ 192 ຄົນ, ໃນນີ້ມີນິກາຍຄຣິສຕະຈັກຂາວປະເສີດ 1,105 ຄົນ, ຍິງ 551 ຄົນ. ໄດ້ເປີດຂະບວນການສ້າງຄອບຄົວແລະ ບ້ານສາມັກຄີປອງດອງ ຢູ່ບ້ານໂພນຄຳ ສາມາດປະເມີນໄດ້ຄອບຄົວສາມັກຄີຕາມ 4 ມາດຕະ ຖານ ໄດ້ ຈໍານວນ 166 ຄອບຄົວ ເທົ່າກັບ 82,24% ແລະ ປະເມີນບ້ານສາມັກຄີປອງດອງຕາມ 5 ມາດຕະຖານ ໄດ້ສະເລ່ຍເທົ່າກັບ 92,64 % ແລະ ກະກຽມຮັບຮອງເປັນບ້ານສາມັກຄີປອງດອງແຫ່ງທຳອິດຂອງເມືອງວັງວຽງໃນໄວໆນີ້. ສ່ວນທິດທາງແຜນການຕໍ່ໜ້າຈະສຶກສາອົບຮົມ ເຕົ້າໂຮມ ແລະ ສ້າງກ້ອນກຳລັງສາມັກຄີປອງດອງທົ່ວວົງຄະນະຍາດແຫ່ງຊາດ. ປະສານສົມທົບກັບອົງການພາຄີ ແລະ ພາກສ່ວນຕ່າງໆ, ຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ. ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ-ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ເອກະລັກຂອງແຕ່ລະເຜົ່າ. ສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການແນວລາວສ້າງຊາດຂັ້ນບ້ານ. ພັດທະນາພື້ນຖານໂຄງຮ່າງຂອງແນວລາວສ້າງຊາດ ແລະ ຫັນເປັນທັນສະໄຫມ. ເພີມທະວີການທູດປະຊາຊົນ.
ຕອນທ້າຍກອງປະຊຸມ ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ຍັງໃຫ້ກຽດໂອ້ລົມແກ່ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຕື່ມອີກ
ຈາກທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ