ໃນວັນທີ 17 ພະຈິກ 2017 ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັດ ກົມຕໍາຫຼວດສະກັດກັ້ນ ແລະຕ້ານອົກຄີໄພ ໄດ້ຈັດຝຶກອົບຮົມກ່ຽວກັບ ການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບັນດາພະນັກງານ ພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ, ຈຸດປະສົງແມ່ນເພື່ອເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມຝຶກອົຮົມຮູ້ໄດ້ ແລະ ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ, ເຫັນໄດ້ຜົນຮ້າຍແລະ ໄພອັນຕະລາຍ ທີ່ເກີດຂື້ນຈາກອັກຄີໄພ, ເຂົ້າໃຈຄວາມຮູ້ພື້ນຖານ ທີ່ຈໍາເປັນເພື່ອສາມາດປ້ອງກັນການເກີດອັກຄີໄພ ແລະ ສາມາດແກ້ໄຂສະຖານະການສຸກເສີນເບື້ອງຕົ້ນໄດ້ເມື່ອເກີດອົກຄີໄພ.
ການຈັດກອງປະຊຸມຝຶກອົບຮົມ ກຽວກັບ ການສະກັດກັ້ນ ແລະ ຕ້ານອັກຄີໄພ ຄັ້ງນີ້ໂດຍການເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ ຮອງຫົວຫນ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພັນໂທ ລີນທອງ ໄຊຍະວົງສາ ຫົວຫນ້າພະແນກກວດກາ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ. ມີນັກສໍາມະນາກອນຕາງຫນ້າຈາກບັນດາກົມ, ສະຖາບັນເສດຖະກິດ ອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມ.
ກອງປະຊຸມສໍາມະນາຄັ້ງນີ້. ໄດ້ມີການເນາະນໍາຢ່າງລະອຽດ ຈາກວິຊາການ ກ່ຽວກັບທິດສະດີ ແລະ ຄວາມຮູ້ພື້ນຖານຂອງວຽກງານ ການສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມນີ້ຍັງໄດ້ທົດລອງຕົວຈິງ ລະບົບເຕືອນໄພ ຂອງອາຄານ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ແນາະນໍາວິທີມອດໄຟ, ການນໍາໃຊ້ອຸປະກອນມອບໄຟທີ່ຖືກຕ້ອງ, ການກວດກາສະພາບອຸປະກອນໃຫ້ພ້ອມໃຊ້ງານ ແລະ ການມີສະຕິເມື່ອເວລາການອັກຄີໄພ.
ໃນໂອກາດດຽວກັນກໍ່ຂອງຝາກເຕືອນ ພໍ່-ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ສໍານັກງານອົງການຕ່າງໆ ໃຫ້ລະມັດລະວັງ ແລະ ມີິສະຕິ ຕໍ່ກັບບັນຫາຕ້ານ ແລະ ສະກັດການອັກຄີໄພ ກໍຄື ການປ້ອງໄຟໃໝ້ ທີ່ ເກີດຈາກສາເຫດຕ່າງໆ ທີ່ບໍຄວາດຄິດ ເພື່ອເຮັດໃຫ້ຊີວິດ - ຊັບສີນມີຄວາມປອດໄພ ແລະ ມີຄວາມສະຫງົບໃນສັງຄົມ.
Editor: ກຳປານາດ ລັດຖະເຮົ້າ