ແລງ ວັນທີ 15 ພະຈິກ 2017 ຜ່ານມາ ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄໍານັບຂອງ ທ່ານ ຫງວຽນ ຢຸຍ ຖັງ ຮອງລັດຖະມົນຕີ ກະຊວງພາຍໃນ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-17 ພະຈິກ ຜ່ານມານີ້.
ໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ຢຸຍ ຖັງ ຮອງລັດຖະມົນຕີ ກະຊວງພາຍໃນ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ກ້າວໜ້າຂະຫຍາຍຕົວ ຂຶ້ນໄປເລື້ອຍໆ ໂດຍສະເພາະ ແມ່ນໄລຍະການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສັນຍາມິດຕະພາບ ແລະ ຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ, ໃຫ້ມີຄວາມໝາຍເລິກເຊິ່ງ ທັງເປັນການສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ໃຫ້ນັບມື້ນັບເພີ່ມທະວີ ແລະ ປະສົບຜົນສຳເລັດ ຢ່າງຕໍ່ເນື່ອງ.
ພ້ອມນີ້ ທ່ານ ຫງວຽນ ຢຸຍຖັງ ກໍໄດ້ສະແດງ ຄວາມຂອບໃຈມາຍັງ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ສະຫຼະເວລາ ອັນມີຄຸນຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ