ພິທີເປີດຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຮາກຖານຊາວໜຸ່ມອົງການກາແດງ ແຂວງ ສາລະວັນ ໄດ້ຈັດຂຶ້ນ ໃນວັນທີ 16 ພະຈິກ ຜ່ານມານີ້ ທີ່ແຂວງ ສາລະວັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສີປະເສີດ ຈະເລີນສຸກ ເລຂາໜ່ວຍຮາກຖານຊາວໜຸ່ມ ອົງການກາແດງ ແຂວງ ສາລະວັນ, ທ່ານ ສຸວຽງທອງ ສຸຂະວົງ ຮອງເລຂຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ດຣ ອິນປົງ ຈັນທະມາດ ຄະນະພັກ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ເລຂາໜ່ວຍພັກອົງການກາແດງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ເພື່ອຍົກສູງຄຸນນະພາບ ໜ່ວຍຮາກຖານຊາວໜຸ່ມອົງການກາແດງ ໃຫ້ມີຄວາມເຂັ້ມແຂງທາງດ້ານການການ
ເມືອງ, ແນວຄິດ, ການຈັດຕັ້ງ ແລະ ມີແບບແຜນວິທີການເຄື່ອນໄຫວທີ່ຖືກຕ້ອງ. ສົ່ງເສີມໃຫ້ສະມາຊິກຊາວໜຸ່ມໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ພັດທະນາຄວາມຮູ້ຄວາມສາມາດຂອງຕົນ ແລະ ມີໂລກາທັດທີ່ກ້ວາງໄກ, ນຳໃຊ້ຫົວຄິດປະດິດສ້າງອັນໃໝ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານຢ່າງແທ້ຈິງ. ໜ່ວຍຮາກຖານຊາວໜຸ່ມອົງການກາແດງ ແຂວງສາລະວັນ ມີຈຳນວນສະມາຊິກຊາວໜຸ່ມ ທັງໝົດ 9 ທ່ານ, ຍິງ 7 ທ່ານ, ສະມາຊິກຊາວໜຸ່ມ ທີ່ໄດ້ເຂົ້າເປັນສະມາຊິກພັກ 1 ທ່ານ, ສະມາຊິກຊາວໜຸ່ມທີ່ໄດ້ເຂົ້າເປັນສະມາຊິກ ກຳມະບານ 9 ທ່ານ, ຍິງ 7 ທ່ານ, ສະມາຊິກຊາວໜຸ່ມທີ່ໄດ້ເຂົ້າເປັນສະມາຊິກແມ່ຍິງ 7 ທ່ານ.
ໜ່ວຍຮາກຖານຊາວໜຸ່ມອົງການກາແດງ ແມ່ນໜຶ່ງໃນໜ່ວຍຮາກຖານຊາວໜຸ່ມອ້ອມຂ້າງແຂວງ ເຊິ່ງພາຍໃຕ້ການຊີ້ນຳຂອງຄະນະພັກຮາກຖານ, ໜ່ວຍພັກອົງການກາແດງແຂວງ ແລະ ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມແຂວງໂດຍກົງ.
Editor: ດາວໄຊ ສີວິໄລ