ໃນວັນທີ 15 ພະຈິກ 2017 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Romain SCHENIDER ລັດຖະມົນຕີການຮ່ວມມື ດ້ານການພັດທະນາ ແລະ ມະນຸດສະທໍາ ແຫ່ງ ປະເທດລຸກຊໍາບວກ ພ້ອມດ້ວຍຄະນະ. ກ່ອນອື່ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານລັດຖະມົນຕີການຮ່ວມມື ດ້ານການພັດທະນາ ແລະ ມະນຸດສະທໍາ ແຫ່ງ ປະເທດລຸກຊໍາບວກ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ລຸກຊໍາບວກ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ມັງຍັງລັດຖະບານ ກໍ່ຄື ປະຊາຊົນລຸກຊໍາບວກ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະ 20 ປີທີ່ຜ່ານມາ ໂດຍສະເພາະແມ່ນ ວຽກງານພັດທະນາຊັບພະຍາກອນມະນຸດ, ວຽກງານການບໍລິການການທ່ອງທ່ຽວ, ວຽກງານສາທາລະນະສຸກ, ວຽກງານການເງິນ, ການທະນາຄານ, ວຽກງານສົ່ງເສີມ ແລະ ປົກປັກຮັກສາສິ່ງແວດລ້ອມ, ວຽກງານການປົກຄອງ ແລະ ອື່ນໆ ອັນເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດມາ.
ໂອກາດດຽວກັນນີ້, ທ່ານ Romain SCHENIDER ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ແລະ ຜົນຂອງການເດີນທາງມາເຄື່ອນໄຫວ ແລະ ເຮັດວຽກຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງລາວ ໃນຄັ້ງນີ້ ພ້ອມທັງ ສັນຍາວ່າ ລັດຖະບານລຸກຊໍາບວກ ຈະສືບຕໍ່ ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຕໍ່ໄປ ໂດຍສະເພາະແມ່ນ ການປຸກລະດົມຂົນຂວາຍໃຫ້ນັກທຸລະກິດ, ນັກລົງທຶນຂອງປະເທດລຸກຊໍາບວກ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ ນັບຫຼາຍຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ