ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫງວຽນ ທິ ເລ່ ຄະນະປະຈຳພັກ ຫົວໜ້າຄະນະຂົນຂວາຍ ນະຄອນໂຮ່ຈີມິ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ. ໃນເມື່ອບໍ່ດົນນີ້ ຢູ່ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບນະຄອນຫຼວງວຽງຈັນ ນັບແຕ່ວັນທີ 18 ຕຸລາ -14 ພະຈິກ 2017.
ໃນໂອກາດນີ້ ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ, ເຊິ່ງຈະເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ມູນເຊື້ອຄວາມສາມັກຄີແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ກໍ່ຄືສອງນະຄອນໂຮ່ຈີມິ່ງ ແລະ ນະຄອນຫຼວງວຽງຈັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພິເສດແມ່ນຍັງຢູ່ໃນໄລຍະສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ໂດຍການນຳທັງສອງຝ່າຍກໍ່ໄດ້ໃຫ້ຄວາມສຳຄັນເປັນຕົ້ນ ໄດ້ມີການຈັດງານ ແລະ ເດີນທາງໄປມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ໃນນັ້ນການມາຢ້ຽມຢາມໃນຄັ້ງນີ້ ກໍ່ເປັນການແລກປ່ຽນບົດຮຽນອັນດີ ໂດຍສະເພາະ ແມ່ນວຽກງານຂົນຂວາຍຂອງນະຄອນໂຮ່ຈີມິ່ງ ແລະ ວຽກງານກໍ່ສ້າງຮາກຖານຂອງນະຄອນຫຼວງວຽງຈັນ ເພື່ອແນໃສ່ສ້າງໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ. ໃນຕອນທ້າຍ ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ອວຍພອນໃຫ້ການເດີນທາງມາເຮັດວຽກປະສົບຜົນສຳເລັດໄດ້ຮັບໝາກຜົນທີ່ດີ ພ້ອມທັງຍິນດີຊຸກຍູ້ໃຫ້ການຊ່ວຍເຫຼືອອຳນວຍຄວາມສະດວກໃນການມາແລກປ່ຽນບົດຮຽນໃນຄັ້ງນີ້ອີກດ້ວຍ.
Editor: ດາວໄຊ ສີວິໄລ