ໃນວັນທີ 14 ພະຈິກ 2017 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ສາທາລະນະລັດ ປະຊາຊົນຈີນ ໄດ້ພົບປະກັບ ທ່ານນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສປປ ລາວ, ເນື່ອງໃນໂອກາດ ທີ່ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງວັນທີ 13-14 ພະຈິກ 2017 ຕາມການເຊື້ອເຊີນຂອງ ທ່ານເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ
ໃນໂອກາດດັ່ງກ່າວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂໍານັບຊົມເຊີຍ ແລະ ຕ້ອນຮັບອັນອົບອຸ່ນ ຕໍ່ ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດ ທີ່ໄດ້ເດີນທາງມາ ຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້, ແລະ ໄດ້ຕີລາຄາສູງ ທີ່ ທ່ານໄດ້ເລືອກເອົາ ສປປ ລາວ ເປັນປະເທດຕົ້ນໆ ໃນການເຄື່ອນໄຫວຕ່າງປະເທດ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ໄດ້ສໍາເລັດ ຢ່າງສະຫງ່າງາມ, ເຊີ່ງເປັນການເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ແກ່ການພົວພັນ ສອງຝ່າຍ ລາວ-ຈີນ, ເປັນການນໍາເອົາ ໄມຕີຈິດມິດຕະພາບ, ຄວາມສາມັກຄີຂອງປະຊາຊົນຈີນ ມາຍັງປະຊາຊົນລາວ. ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ຫມັ້ນຄົງ, ຍາວນານ ຕາມທິດ 4 ດີ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທິ່ດີ ແລະ ຄູ່ຮ່ວມມືທີ່ດີ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຈີນ.
ພ້ອມດຽວກັນນີ້, ທ່ານນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ 19 ພັກກອມມູນິດຈີນ, ໃນເດືອນຕຸລາ ທີ່ຜ່ານມາ ເຊີ່ງເປັນເຫດການ ການເມືອງທີ່ມີຄວາມຫມາຍສໍາຄັນຍິ່ງ ບໍ່ສະເພາະແຕ່ ສໍາລັບພັກກອມມູນິດຈີນ ແລະ ປະຊາຊົນຈີນ ເທົ່ານັ້ນ ແຕ່ຍັງເປັນເຫດການທີ່ສ້າງຄວາມສົນໃຈ ຢ່າງກວ້າງຂວາງ ໃນສາກົນອີກດ້ວຍ. ໃນຄະນະດຽວກັນ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ແຈ້ງໃຫ້ ທ່ານ ສີຈີ້ນຜິງ ແລະ ຄະນະຊາບວ່າ: ປະຈຸບັນສະພາແຫ່ງຊາດ ສປປ ລາວ ກໍາລັງດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ເຊີ່ງກອງປະຊຸມ ໄດ້ພິຈາລະນາ ແລະ ຕົກລົງຫລາຍບັນຫາ ເປັນຕົ້ນແມ່ນບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2017, ທິດທາງແຜນການ ປະຈໍາປີ 2018 ແລະ ພິຈາລະນາຮັບຮອງເອົາກົດຫມາຍໃຫມ່ ແລະ ກົດຫມາຍສະບັບປັບປຸງ ຈໍານວນຫນຶ່ງ,
ທ່ານ ສີ ຈີ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນສະຫນິດສະຫນົມ ແກ່ຄະນະຜູ້ແທນຈັນສູງ ພັດ-ລັດ ສປ ຈີນ ພ້ອມກັນນີ້ ທ່ານຍັງໄດ້ແຈ້ງ ຫຍໍ້ໆ ສະພາບການພົ້ນເດັ່ນຂອງພັກ, ລັດຖະບານ ສປ ຈີນ ແລະ ຕິລາຄາສູງການພົວພັນສອງຝ່າຍ ສປ ຈີນ ແລະ ສປປ ລາວ ໃນຊຸ່ມປີທີ່ຜ່ານມາ. ໂອກາດນີ້ ສອງຝ່າຍຍັງໄດ້ຕິລາຄາສູງການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫນັ້ນຄົງ, ຍາວນານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຈີນ ໄດ້ຮັບການຂະຫຍາຍມາຕະຫລອດ.
Editor: ກຳປານາດ ລັດຖະເຮົ້າ