ໃນຕອນເຊົ້າຂອງວັນທີ 14 ພະຈິກ 2017 ທີ່ ຫໍປະຊຸມແຫ່ງຊາດ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເນື່ອງໃນໂອກາດທີ່ ທ່ານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປ ຈີນ ເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017, ຕາມການເຊື້ອເຊີນຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ມີໂອກາດຂໍ່ານັບຮັບຕ້ອນ ທ່ານ ສີ ຈິ້ນຜິງ ແລະ ຄະນະ ຢູ່ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ເປັນຂີດໝາຍປະຫວັດສາດອັນສໍາຄັນ ແຫ່ງການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະ ທ່ານ ສີ ຈິ້ນຜິງ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດ ຂອງພັກກອມມູນິດຈີນ ອີກສະໄໝໜຶ່ງ, ຊຶ່ງເປັນການຢັ້ງຢືນຢ່າງມີຊີວິດຊີວາ ເຖິງຄວາມຮູ້ຄວາມສາມາດ ແລະ ຜົນງານອັນໂດດເດັ່ນ ໃນການຊີ້ນໍາ-ນໍາພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນທັງຊາດ; ນໍາເອົາປະເທດຈີນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ພົ້ນເດັ່ນໃນທຸກໆດ້ານ. ໃນຖານະເປັນສະຫາຍທີ່ຮ່ວມອຸດົມການດຽວກັນ, ຮ່ວມຊາຕາກຳອັນດຽວກັນ, ພັກປະຊາຊົນປະຕິວັດລາວ, ລັດຖະ ບານ ແລະ ປະຊາຊົນລາວ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ທ່ານ ສີ ຈິ້ນຜິງ ນັ້ນ, ພັກກອມມູນິດຈີນ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ໃຫ້ປະກົດເປັນຈິງ ຕາມແນວຄິດຂອງ ທ່ານ ສີ ຈິ້ນຜິງ ທີ່ໄດ້ຮັບການກໍານົດເອົາໃນກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກ, ພ້ອມທັງ ບັນລຸຄວາມຝັນຂອງຈີນ ໃນການສ້າງສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງກົມກຽວປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ສວຍງາມ. ໃນການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍມາໂດຍຕະຫຼອດ ແລະ ນຳຜົນປະໂຫຍດຕົວຈິງມາໃຫ້ສອງຝ່າຍ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າຄື: ສະໜັບສະໜູນແຜນຍຸດທະສາດການພັດທະນາ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ຂອບການຮ່ວມມືແມ່ ນ້ຳລ້ານຊ້າງ ເປັນຂອບການພັດທະນາສາກົນ ແລະ ພາກພື້ນ ທີ່ເອື້ອອຳນວຍ ແລະ ສອດຄ່ອງກັບຍຸດທະສາດຂອງລາວ ໃນຄວາມພະຍາຍາມ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດເຊື່ອມຈອດເຊື່ອມໂຍງ; ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສາມາດດຳເນີນໄປໄດ້ຕາມແຜນການວາງໄວ້; ການຮ່ວມມືໃນການຍົກລະດັບການພັດທະນາດ້ານບຸກຄະລະກອນດ້ານວິຊາສະເພາະໃນດ້ານຕ່າງໆ; ເປີດກວ້າງການຮ່ວມມື ລະຫວ່າງ ຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ, ພາກທຸລະກິດ ແລະ ການຈັດຕັ້ງຕ່າງໆ ຂອງສອງປະເທດ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ; ປັບປຸງກົນໄກການ ຈັດຕັ້ງປະຕິບັດທິດທາງ ແລະ ແຜນການຮ່ວມມືທີ່ສອງພັກ ແລະ ສອງລັດ ໄດ້ເປັນເອກະພາບກັນແລ້ວ ໃຫ້ວ່ອງໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ ສືບຕໍ່ຊຸກຍູ້ໃຫ້ວິສາຫະກິດທີ່ມີຄວາມສາມາດຂອງຈີນ ມາລົງທຶນໃນລາວຫຼາຍຂຶ້ນ ໂດຍສະເພາະ ໃນຂົງເຂດທີ່ສອງຝ່າຍມີທ່າແຮງ.
ໃນໂອກາດນີ້, ທ່ານ ສີ ຈິ້ນຜິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ ແລະ ຄະນະ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະ ຢູ່ໃນສະພາບໃໝ່ ແລະ ຍຸກສະໄໝນີ້.
ແຫລ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
Editor: ກຳປານາດ ລັດຖະເຮົ້າ