ກອງປະຊຸມທາບທາມຂື້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຢູ່ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດຂື້ນວັນທີ 13 ພະຈິິກ 2017 ນີ້ ຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອ້ວນຄໍາ ທຸງໄຊ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງເຊກອງ, ມີຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ,ຫົວໜ້າຮອງເຂດພັດທະນາ 6 ເຂດ, ພະແນກກ່ຽວຂ້ອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາສອນ ກອນເຍີ ເລຂາພັກເມືອງ ເຈົ້າເມືອງ-ເມືອງທ່າແຕງ ກ່າວວ່າ: ກອງປະຊຸມຄັ້ງນີ້ ໂດຍເລັ່ງໃສ່ການຂື້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນໄລຍະແຕ່ປີ 2016-2020 ຢູ່ເມືອງທ່າແຕງ ນັບແຕ່ຮອບທີ 1 ຫາ ຮອບທີ 3 ມີຄວາມໝາຍສໍາຄັນຕໍ່ການຊີ້ນໍາ-ນໍາພາທາງດ້ານລະບົບການເມືອງ, ເສດຖະກິດ-ວັດທະນະທໍາ-ສັງຄົມ, ໃຫ້ມີຄວາມສະຫງົບສຸກ, ປ່ອງດອງ ແລະ ມີຄວາມເຕີບໂຕທາງດ້ານເສດຖະກິດ-ສັງຄົມຍິ່ງໆຂື້ນກວ່າເກົ່າ, ໄປພ້ອມກັບການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 5 ຂອງອົງຄະນະພັກເມືອງ ທ່າແຕງ, ຂໍ່ານັບຮັບຕ້ອນບຸນສໍາຄັນຕ່າງໆຂອງຊາດ, ຈັດຕັ້ງກະກຽມປະກາດເມືອງທ່າແຕງຄົບຮອບ 25 ປີ ທີ່ຈະມາເຖິງໃນມໍ່ໆນີ້,ພ້ອມທັງສືບຕໍ່ເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ ໂດຍສຸມສະຕິປັນຍາ, ທຸ້ມເທເຫື່ອແຮງກໍລັງວັງຊາ ເພື່ອຜົນປະໂຫຍດອັນລວມຂອງພັກ-ລັດ, ຂອງກົມກອງ, ຂອງເມືອງຢ່າງເປັນຂະບວນຝົດຟື້ນ, ເຊິ່ງພິທີ ຍັງໄດ້ຜ່ານຄໍາສັ່ງເລກທີ 08, ຂໍ້ກໍານົດເລກທີ 04 ຂອງກົມການເມືອງສູນກາງພັກ, ດໍາລັດຂອງລັດຖະບານເລກທີ 461/ລບ, ບົດແນະນໍາເລກທີ 198 ຂອງຄະນະຈັດຕັ້ງສູນກາງພັກ, ຄໍາສັ່ງແນະນໍາເລກທີ 02 ຂອງຄະນະປະຈຳພັກແຂວງ ເຊກອງ,ຜ່ານມາດຖານເງື່ອນໄຂ ແລະ ແນະນຳການທາບທາມ, ພ້ອມທັງດຳເນີນການປ່ອນບັດທາບທາມໃນຮອບທີ 1.
ທັງນີ້ ກໍ່ເພື່ອແນໃສ່ໃນການຄັດເລືອກ ແລະ ກໍານົດເອົາພະນັກງານນຳພາ-ຄຸ້ມຄອງທີ່ໄດ້ຕາມມາດຖານເງື່ອນໄຂ ແລະ ມີຄວາມຮູ້ຄວາມສາມາດ ສືບຕໍ່ຊີ້ນຳ-ນໍາພາໃນແຕ່ລະຂົງເຂດວຽກງານຢູ່ພາຍໃນເມືອງ ທ່າແຕງ ໃຫ້ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
ໂອກາດນີ້ ທ່ານ ອ້ວນຄໍາ ທຸງໄຊ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງເຊກອງ ໄດ້ກ່າວເນັ້ນບາງຕອນວ່າ: ບັນດາພະນັກງານຫຼັກແຫຼ່ງຢູ່ພາຍໃນເມືອງທ່າແຕງ ທຸກສະຫາຍ ຕ້ອງຮັບຮູ້ເຂົ້າໃຈ,ກໍາແໜ້ນຢ່າງເລິກເຊິ່ງ ກ່ຽວກັບພະນັກງານນໍາພາຄຸ້ມຄອງໃນຕໍ່ໜ້າໃຫ້ມີຄຸນນະພາບ ແລະ ຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງ ຕິດພັນກັບບັນດາເນື້ອໃນນິຕິກໍາຕ່າງໆຂອງອົງຄະນະພັກຂັ້ນເທິງທີ່ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ ຕ້ອງມີຄຸນທາດການເມືອງແນວຄິດ, ສິນທໍາປະຕິວັດ,ມີຄວາມຮູ້ຄວາມສາມາດ, ປະສົບການ, ມີແບບແຜນການນໍາພາ, ວິທີເຮັດວຽກແບບລວມສູນປະຊາທິປະໄຕ, ມີສຸຂະພາບແຂງແຮງ, ມີການກໍານົດ, ຕິດຕາມ, ກວດກາຢ່າງຕັ້ງໜ້າ, ການດໍາເນີນກໍ່ສ້າງບໍາລຸງຍົກລະດັບ, ສ້າງເປົ້າໝາຍ, ການຈັດວາງໜ້າທີ່ຕໍາແໜ່ງໃຫ້ເໝາະສົມຢ່າງລະອຽດຈະແຈ້ງ. ທັງນີ້ ກໍ່ເພື່ອເຮັດໃຫ້ການຄັດເລືອກ ແລະ ກໍານົດເອົາພະນັກງານນຳພາ-ຄຸ້ມຄອງທີ່ໄດ້ຕາມມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ ຊີ້ນໍາ-ນໍາພາວຽກງານຢູ່ພາຍໃນເມືອງທ່າແຕງ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ. ເຊິ່ງກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນແຕ່ວັນທີ 13-15 ພະຈິກ 2017 ນີ້.
Editor: ກຳປານາດ ລັດຖະເຮົ້າ