ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນສາກົນເພື່ອການພັດທະນາກະສິກໍາ IFAD ໄດ້ຮ່ວມກັນຈັດກອງກອງປະຊຸມລິເລີ່ມ ການຈັດຕັ້ງປະຕິບັດ ອົງປະກອບສິນເຊື່ອຊົນນະບົດ ທີ່ອົງການ IFAD ໃຫ້ການສະໜັບສະໜູນ ພາຍໃຕ້ໂຄງການລ້ຽງສັດ ເພື່ອຜະລິດເປັນສິນຄ້າ ຢູ່ພາກເໜືອ ຂອງ ສປປ ລາວ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍຳ ແລະ ປ່າໄມ້, ທ່ານ ໂທມັດ ຣັດ ຕາງໜ້າຜູ້ໃຫ້ທຶນຈາກ ອົງການກອງທຶນສາກົນເພື່ອການພັດທະນາກະສິກໍາ. ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຊ່ຽວຊານໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 40 ກວ່າທ່ານ.
ກອງປະຊຸມໃນຄັ້ງນີ້, ເພື່ອເປັນການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການຕັ້ງແຕ່ເລີ່ມຕົ້ນ ຈົນຮອດປັດຈຸບັນ, ພ້ອມທັງປຶກສາຫາລືກ່ຽວກັບວຽກງານດ້ານການເງິນ ແລະ ການແບ່ງໜ້າທີ່ຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງ. ນອກນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນກະກຽມແຜນກິດຈະກໍາທີ່ຈະຈັດຕັ້ງປະຕິບັດ 12 ເດືອນຕໍ່ໜ້າ, ໂດຍສະເພາະແມ່ນປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເພື່ອວາງແຜນຈັດຕັ້ງປະຕິບັດ ອົງປະກອບກິດຈະກໍາ ສິນເຊືື່ອຊົນນະບົດຂອງໂຄງການ. ໂອກາດນີ້ ຄະນະປະທານ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍສະເໜີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ເພື່ອທໍາຄວາມເຂົ້າໃຈ ກ່ຽວກັບການອອກແບບອົງປະກອບສິນເຊື່ອ ຂອງໂຄງການ, ພ້ອມທັງ ສະເໜີໃຫ້ມີການຄົ້ນຄວ້າ ຮູບແບບ ແລະລະບົບການສະໜອງສິນເຊື່ອ ທີ່ເໝາະສົມ ເພື່ອຍູ້ແຮງການລ້ຽງສັດ ຂອງປະຊາຊົນ ໃຫ້ກາຍເປັນສິນຄ້າ ແລະ ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນນໍາອີກ
ທີມຊ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ