ໃນວັນທີ 14 ພະຈິກ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສີຈີ້ນຜິງ ປະທານປະເທດ ສາທາລະນະລັດ ປະຊາຊົນ ຈີນ ໄດ້ພ້ອມກັນຮ່ວມພິທີວາງສີລາເລີກ ໂຄງການກໍ່ສ້າງໂຮງຫມໍມະໂຫສົດ ຫລັງໃຫມ່ ເຊີ່ງໂຄງການກໍ່ສ້າງໂຮງຫມໍມະໂຫສົດຫລັງໃຫມ່ ເປັນໂຮງຫມໍຂະຫນາດ 600 ຕາງ, ອາຄານສູງ 8 ຊົ້ນ, ມີເນື້ອທີ່ກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງມົດ 600 ລ້ານຢວນ ຫລື ປະມານ 736 ຕື້ກີບ. ( ທຶນຊ່ວຍເຫລືອ ຈາກ ລັດຖະບານ ສປ ຈີນ ) ໂຄງການດັ່ງກ່າວ ຄາດໃຫ້ສໍາເລັດ ໃນປີ 2020.
ໂຄງການດັ່ງກ່າວ ເປັນຖຄງການຂະຫນາດໃຫຍ່ທີ່ສຸດ ທີ່ລັດຖະບານ ຈີນໃຫ້ການຊ່ວຍເຫລືອແກ່ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ