ທິດຜ່ານມາ, ຢູ່ທີ່ສະໂມສອນຂອງເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີກອງປະຊຸມເຜີຍແຜ່ ກົດໝາຍທີ່ພົວພັນເຖິງແມ່ ແລະ ເດັກ ໃຫ້ແກ່ສະຫະພັນແມ່ຍິງຂັ້ນເມືອງ-ຂັ້ນບ້ານ. ຂື້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ຈັນທະບູນ ໂພຊະສານ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ, ມີບັນທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ປະທານສະຫະພັນແມ່ຍິງໜ່ວຍອ້ອມຂ້າງ-ບ້ານ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ທ່ານນາງ ຈັນທະບູນ ໂພຊະສານ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ ຍັງໄດ້ໃຫ້ກຽດເຜີຍແຜ່ບັນດາກົດໝາຍ ຄື: ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານແລະການສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ດຳລັດນາຍົກ ລັດຖະມົນຕີ ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວ ກັບຕ່າງປະເທດ, ກົດໝາຍຄອບຄົວ, ກົດໝາຍວ່າດ້ວຍການປົກປ້ອງ ແລະ ສິດຜົນປະໂຫຍດຂອງເດັກ, ບາງເນື້ອໃນກ່ຽວກັບຄວາມສະອາດສາມາດໃນການນຳພາ, ພິທີການ ແລະ ມາລະຍາດໃນສັງຄົມ. ຫຼັງຈາກນັ້ນ ກໍ່ໄດ້ລົງໄປເຜີຍແຜ່ບັນດາກົດໝາຍໃຫ້ກັບສະຫະພັນແມ່ຍິງບ້ານໂພນຄໍາ (ບ້ານສາມສ້າງ) ແລະ ບ້ານນາລ້ອງກວ້າງ.
ກອງປະຊຸມຍັງໄດ້ຜ່ານກ່ຽວກັບບົດສະຫຼຸບ ແລະ ສະຖິຕິໂດຍ ທ່ານນາງ ຂັນຄໍາ ສີທານີ ປະທານສະຫະພັນແມ່ຍິງເມືອງວັງວຽງ ໄດ້ກ່າວວ່າ: ສະຫະພັນແມ່ຍິງເມືອງມີລະບົບການຈັດຕັ້ງ ປະກອບມີສະຫະພັນໜ່ວຍອ້ອມຂ້າງ 51 ໜ່ວຍ, ສະຫະພັນແມ່ຍິງບ້ານ ມີ 63 ບ້ານ. ມີຄະນະບໍລິຫານງານ 19 ຄົນ, ມີຄະນະສະຫະພັນແມ່ຍິງໜ່ວຍອ້ອມຂ້າງ-ບ້ານ ຈໍານວນ 368 ຄົນ. ສະມາຊິກສະຫະພັນແມ່ຍິງມີທັງໝົດ 8.047 ຄົນ, ສະຫະພັນແມ່ຍິງ 3 ດີທັງໝົດ 7.498 ຄົນ, ປະເພດ 1 ມີ 5.318 ຄົນ, ປະເພດ 2 ມີ ຈໍານວນ 2.180 ຄົນ.
ຕອນທ້າຍ ທ່ານນາງ ຈັນທະບູນ ໂພຊະສານ ປະທານສະຫະພັນແມ່ຍິງແຂວງວຽງຈັນ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ພ້ອມທັງຊີ້ທິດເຍື້ອງທາງແກ່ເອື້ອຍນ້ອງແມ່ຍິງ ທີ່ເຂົ້າຮ່ວມພາຍໃນງານຕື່ມອີກ
ທີມຂ່າວ ຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ