ກະຊວງແຜນການ ແລະ ການລົງທືນ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ. ໄດ້ຈັດ ພິທີຖະແຫລງຂ່າວ ກ່ຽວກັບ ກອງປະຊຸມໂຕະມົນ ປະຈໍາປີ 2017 ຂື້ນ, ໃນວັນທີ 13 ພະຈິກ 2017 ຢູ່ທີ່ ສາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປະລີນຍາເອກ. ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ແລະ ທ່ານນາງ. ຄາລີນາ ອີມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ທັງເປັນຜູ້ຕາງຫນ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ພ້ອມພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ຈາກຫຼາຍຂະແໜງການເຂົ້າຮ່ວມ.
ສໍາລັບປີນີ້ກອງປະຊຸມໂຕະມົນ ປະຈໍາປີ 2017 ແມ່ນຈະຈັດຂື້ນໃນລະຫວ່າງ ວັນທີ 22 – 23 ພະຈິກ 2017 ຢູ່ທີ່ ສະໂມສອນຫຼັກ 4 ຂອງ ແຂວງຈໍາປາສັກ, ໂດຍຈະໄດ້ເຊື້ອເຊີນເອົາຜູ້ເຂົ້າຮ່ວມຈາກກະຊວງ, ອົງການທຽບເທົ່າ, ບັນດາຂະແໜງການ, ບັນດາແຂວງ ແລະ ຄູ່ຮ່ວມງານດ້ານພັດທະນາເຂົ້າຮ່ວມ. ສໍາລັບເນື້ອໃນຂອງກອງປະຊຸມຄັ້ງນີ້, ແມ່ນຈະໄດ້ເພີ່ມທະວີການເປັນຄູ່ຮ່ວມ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ເພື່ອເປົ້າ ໝາຍຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ເພື່ອເປັນການກະກຽມ ໂດຍສະເພາະແມ່ນດ້ານເນື້ືອໃນ ໃຫ້ແກ່ກອງປະຊຸມໂຕະມົນ ປະຈໍາປີ ຄັ້ງນີ້ ກະຊວງແຜນການ ແລະ ການລົງທືນຍັງຈະໄດ້ ສົມທົບກັບ ກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ ທີ່ກ່ຽວຂ້ອງ ຈັດກອງປະຊຸມລະດັບວິຊາການ ກ່ຽວກັບ 4 ຫົວຂໍ້ຫຼັກ ຄື:
- 1. ເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ,
- 2. ການລົງທືນ ທີ່ມີຄຸນນະພາບຂອງເອກກະຊົນ ສໍາລັບການພັດທະນ,
- 3. ການລົງທືນໃສ່ການພັດທະນາສີມືແຮງງານ ເຊິ່ງເປັນປັດໃຈສໍາຄັນ ໃນການພັດທະນາມະນຸດ,
- 4. ການເພີ່ມທະວີການຮ່ວມມືແບບໃຕ້-ໃຕ້ ແລະ ການຮ່ວມມືສາມຫຼ່ຽມ “ ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມການພັດທະນາ ທີ່ມີປະສິດທິຜົນ ” ເພື່ອຮັບປະກັນຄວາມເປັນເອກກະພາບ, ນອກນັ້ນ ຍັງຈະໄດ້ມີການຢ້ຽມຢາມ 3 ໂຄງການ ບູລິມະສິດ ທີ່ຕິດພັນກັບກອງປະຊຸມໂຕະມົນ ຄື: 1.ໂຄງການເກັບກູ້ລະເບີດ ບ້ານແກ້ງຍາວ ເມືອງບາຈຽງຈະເລີນສຸກ, 2. ໂຄງການປູກກາເຟຂອງສະຫະກອນ ການພະລິກກາເຟ ແລະ ສູນພັດທະນາສືມືແຮງງານ ຂອງແຂວງພາກໃຕ້ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ