ໃນເຊົ້າວັນທີ 13 ພະຈິກ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ພາຍໃຕ້ຄໍາຂວັນ: ຮ່ວມມືເພື່ອການປ່ຽນແປງ ຜູກພັນກັບສາກົນ ໂດຍການເປັນເຈົ້າພາບ ແລະ ເປັນປະທານ ຂອງຟິລິບປິນ ເຊີ່ງມີບັນດາປະມຸກລັດ/ຫົວຫນ້າລັດຖະບານ ປະເທດອາຊຽນ, ມີລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພາຍຫລັງພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສຶບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແບບຄົບຄະນະ, ເຊີ່ງຜູ້ນໍາອາຊຽນ ໄດ້ປຶກສາຫາລື ແລະ ທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ກໍ່ຄື ບັນດາແຜນແມ່ບົດສໍາລັບ 3 ເສົາຄໍ້າ ປະຊາຄົມອາຊຽນ ແລະ ທິດທາງຕໍ່ຫນ້າ, ເພື່ອຮັດແຫນ້ນປະຊາຄົມອາຊຽນ ໂດຍໄດ້ຊຸກຍູ້ໃຫ້ທຸກຂະແຫນງການອາຊຽນ ສຶບຕໍ່ຈັດຕັ້ງປະຕິບັດບັນດາແຜນແມ່ບົດ ແລະ ແຜນວຽກຂອງຕົນ ໃຫ້ສໍາເລັດ ແລະ ມີປະສິດທິພາບ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2025.
Editor: ກຳປານາດ ລັດຖະເຮົ້າ