ເນື່ອງໃນໂອກາດທີ່ຄະນະຜູ້ແທນສະມາຊີກສະພາແຫ່ງຊາດ ແຂວງຫົວພັນ ແລະ ແຂວງຫຼວງພະບາງ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສະໄໜສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ໃນລະຫວ່າງ ວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້້ ສະນັ້ນ ໃນວັນທີ 9 ພະຈິກ 2017 ທີ່ຜ່ານມາ ຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ ເຊີ່ງນຳໂດຍທ່ານ ຄຳວອນ ບຸນພະວົງ, ປະທານສະພາປະຊາຊົນແຂວງຫົວພັນ ແລະ ທ່ານ ສາຍສະຫມອນ ຄົມຫະວົງ, ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີທ່ານ ທອງຈັນ ມະນີໄຊ, ຮອງລັດຖະມົນຕີກະຊວງພາຍໃນ, ສະມະຊິກສະພາແຂວງຫລວງພະບາງ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເນື່ອງໃນໂອກາດເດີນທາງມາຮວ່ມກອງປະຊຸມສະໄໜສາມັນເທື່ອທີ່ 4 ຂອງສະພາແຫ່ງຊາດຊຸດທີ 8
ໂອກາດດັ່ງກ່າວ ທ່ານ ຄໍາຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງ ຂົວທາງເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ກໍ່ໄດ້ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຕໍ່ທ່ານປະທານສະພາປະຊາຊົນທັງສອງແຂວງ ທີ່ມາຢ້ຽມຢາມບໍລິສັດ ພ້ອມທັງລາຍງານຄວາມເປັນມາ ແລະ ຜົນງານດ້ານຕ່າງໆ ທີ່ບໍລິສັດຍາດມາໄດ້ໃນໄລຍະຜ່ານມາ ເຊີ່ງນັບແຕ່ມື້ສ້າງຕັ້ງມາເຖີງປະຈຸບັນ ບໍລິສັດ ດວງພະສຸກໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມ, ໃນການຮັບເໜົາໂຄງການກໍ່ສ້າງຕ່າງໆໃນຂອບເຂດທົ່ວປະເທດ ເຊີ່ງລວມທັງໂຄງການກໍ່ສ້າງຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ຂອງພາກລັດ ແລະ ເອກະຊົນ,ຕະຫຼອດໄລຍະຜ່ານມາບໍລິສັດໄດ້ຕັ້ງໜ້າດຳເນີນທຸລະກິດດວ້ຍຄວາມຊື່ສັດ, ຖືກຕ້ອງຕາມກົດໜາຍ, ຜົນງານທີ່ຍາດມາໄດ້ໃນ 8 ປີຜ່ານມາ ໃນການປະກອບສວ່ນຮັບໃຊ້ສັງຄົມ ແລະ ຜົນງານດັ່ງກ່າວນັ້ນກໍ່ຍ້ອນຄວາມເອົາໃຈໃສ່ຂອງການນຳພັກ-ລັດ ທີ່ໄດ້ຊີ້ນຳ-ນຳພາ, ກະຕຸກຊຸກຍູ້ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບໍລິສັດສາມາດເຮັດສໍາເລັດໜ້າທີ່ຂອງຕົນເປັນຢ່າງດີ, ເຮັດໃຫ້ບໍລິສັດນັບມື້ນັບມີຊື່ສຽງ ແລະ ເປັນທີ່ຍອມຮັບຂອງສັງຄົມ.
ຈາກນັ້ນ ທ່ານສະມາຊີກສະພາແຂວງຫົວພັນ ແລະ ແຂວງຫຼວງພະບາງ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ທີ່ທາງບໍລິສັດຍາດມາໄດ້ ຕະຫລາດໄລຍະເວລາ 8 ປີ ຂອງການສ້າງຕັ້ງບໍລິສັດ,ເຊິ່ງເປັນການປະກອບສ່ວນຫົວຄິດປະດິດສ້າງ ອັນສຳຄັນ ເຂົ້າໃນການພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ແລະ ສືບຕໍ່ເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ເຕີບໃຫຍ່ຂື້ນໄປເລື່ອຍໆ.
Editor: ຕະວັນ ແສງສະຫວັນ