ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ເຂົ້າຮ່ວມພິທີວາງສິລາເລີກ ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຫລັງໃໝ່ ໃນວັນທີ 14 ພະຈິກ 2017, ໂດຍມີການນໍາຂັ້ນສູງ ພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ເປັນໂຮງໝໍ ຂະໜາດ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າຢວນ, ຄາດວ່າຈະສ້າງສຳເລັດໃນປີ 2020. ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ, ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫລາຍທີ່ສຸດທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອໃນການກໍ່ສ້າງໂຮງໝໍແກ່ຕ່າງປະເທດ.
ພາຍຫລັງສໍາເລັດພິທີວາງສິລາລຶກ ທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ສີ ຈິ້ນຜິງ ໄດ້ໄປຢ້ຽມຢາມຄົນເຈັບຜ່າຕັດຕາຂຸ້ນ ທີ່ໄດ້ຮັບການຊ່ວຍເຫລືອຜ່າຕັດໂດຍແພດ ຈາກ ສປ ຈີນ.
ຂອບໃຈຂໍ້ມູນຈາກ ສໍານັກຂ່າວສານປະເທດລາວ
Editor: ສຳນັກຂ່າວສານປະເທດລາວ