ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 8 ພະຈິກ 2017 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ມີບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນ ສຸມໃສ່ພິຈາລະນາປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ (ກົດໝາຍສ້າງໃໝ່) ທີ່ສະເໜີໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 11 ພາກ 5 ໝວດ 61 ມາດຕາ.
ໃນໂອກາດນີ້ ບັນດາ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຫຼາຍບັນຫາສຳຄັນ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວມີຄວາມອຸດົມສົມບູນຮັດກຸມ ແລະ ມີເນື້ອໃນຄົບຖ້ວນ ເປັນຕົ້ນ ຄວາມເໝາະສົມຂອງຊື່ກົດໝາຍ ການໃຫ້ຄຳນິຍາມເນື້ອໃນບາງມາດຕາໂຄງປະກອບ ສອດຄ່ອງ ເພາະກົດໝາຍສະບັບນີ້ ຈະເປັນເຄື່ອງມືໃນການຄຸ້ມຄອງ ຕິດຕາມ ກວດກາ ຊຸກຍູ້ ແລະ ສົ່ງເສີມວຽກງານ ຖ່າຍທອດເຕັກໂນໂລຊີ ໃນ ສປປ ລາວ ໃຫ້ມີປະສິດທິພາບ ຮັບປະກັນໃຫ້ການຄຸ້ມຄອງວຽກງານດັ່ງກ່າວ ລວມສູນເປັນເອກະພາບໃນທົ່ວປະເທດ ຈາກນັ້ນ ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ ແລະ ໄດ້ສະເໜີໃຫ້ອານຸກຳມະການເນື້ອໃນກົດໝາຍນຳເອົາຄຳຄິດຄຳເຫັນຂອງ ສສຊ ໄປພິຈາລະນາ ແລະ ປັບປຸງໃສ່ຮ່າງກົດໝາຍດັ່ງກ່າວໃຫ້ເໝາະສົມຄົບຖ້ວນສົມບູນ ທັງສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
Editor: ວຽງຈັນໃຫມ່