ແນກທີ່ກ່ຽວຂ້ອງລົງເຄື່ອນໄຫວຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບສິດ ແລະ ໜ້າທີ່, ພັນທະຂອງຊາວໜຸ່ມ-ເຍົາ ວະຊົນ ຕິດພັນກັບລະບຽບຈະລາຈອນ, ຜົນຮ້າຍຂອງຢາເສບຕິດ ແລະ ບັນຫາສິ່ງແວດລ້ອມ.
ສິດ ແລະ ໜ້າທີ່ ຂອງສະມາຊິກ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ: ຄົ້ນຄ້ວາຮໍ່າຮຽນ, ປະຕິບັດແນວທາງ ນະໂຍບາຍ, ລະບຽບກົດໝາຍ ແລະ ກົດລະບຽບ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພົນລະເມືອງດີ ມີນ້ຳໃຈຮັກຊາດເພີ່ມທະວີຄວາມສາມັກຄີພາຍໃນສະມາຊິກ ແລະ ຊາວໜຸ່ມລາວບັນດາເຜົ່າ, ຮ່ຳຮຽນ, ບຳລຸງ, ຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ, ວິທະຍາສາດ, ເຕັກນິກ, ພາສາຕ່າງປະເທດ ແລະ ວິຊາຊີບດ້ານຕ່າງໆ ເພື່ອໃຫ້ມີວຽກເຮັດງານທໍາ, ປະກອບຄຳຄິດຄຳເຫັນ, ລົງຄະແນນສຽງ, ສະເໜີຂໍ້ລິເລີ່ມຕ່າງໆຂອງຕົນຕໍ່ກອງປະຊຸມ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກໍ່ສ້າງ, ປັບປຸງ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ກອງເຍົາວະຊົນ-ອະນຸຊົນທັນວາ ໃຫ້ໜັກແໜ້ນເຂັ້ມແຂງ, ເລືອກຕັ້ງ ແລະ ຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນຕາມເງື່ອນໄຂ ແລະ ມາດຕະຖານ, ສະເໜີຕໍ່ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຊ່ວຍປົກປ້ອງໃນກໍລະນີທີ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຖືກລ່ວງລະເມີດ, ໄດ້ຮັບຂໍ້ມູນຂ່າວສານຕ່າງໆ ທີ່ຖືກຕາມລະບຽບກົດໝາຍ, ເຂົ້າຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມລັດຖະທຳມະນູນ, ກົດໝາຍ, ເຄື່ອນໄຫວກິລາກາຍະກຳ, ສິລະປະວັນະຄະດີ ແລະ ກິດຈະກຳອື່ນໆ ທີ່ບໍ່ຂັດກັບລະບຽບກົດໝາຍ, ມີສິດສະໝັກເຂົ້າເປັນສະມາຊິກ ຫຼື ເຂົ້າຮ່ວມການເຄື່ອນໄຫວໃນການຈັດຕັ້ງຊາວ ໜຸ່ມ ເປີດກ້ວາງ ແລະ ການຈັດຕັ້ງສັງຄົມທີ່ບໍ່ຂັດກັບລະບຽບກົດໝາຍ ແລະ ພັນທະຂອງສະມາຊິກຊາວໜຸ່ມແມ່ນ ເຄົາລົບ, ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຂອງ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ເປັນເຈົ້າການຄົ້ນຄວ້າຮ່ຳຮຽນ, ພັດທະນາສືມືແຮງງານ, ສະແວງຫາເຕັກໂນໂລຢີ, ຮ່ຳຮຽນວິຊາຊີບ, ສ້າງວຽກເຮັດງານທຳທີ່ຖືກຕ້ອງຕາມລະບຽບກົດໝາຍ, ເຄົາລົບນັບຖື, ເບິ່ງແຍງ, ໃຫ້ການຊ່ວຍເຫຼືອຄອບຄົວ, ພໍ່ແມ່ ຫຼື ຜູ້ປົກຄອງ, ຜູ້ຊົງຄຸນວຸດທິ ແລະ ຜູ້ມີຄຸນງາມຄວາມດີ ຕໍ່ປະເທດຊາດ, ປຸກລະດົມຂົນຂວາຍຊາວໜຸ່ມມະຫາຊົນ ເຂົ້າເປັນສະມາຊິກ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ເປັນແບບຢ່າງໃນການປະຕິບັດພັນທະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພັນທະອື່ນໆ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ.
Editor: ດາວໄຊ ສີວິໄລ