ຄະນະຜູ້ແທນ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມ ພົບປະສອງຝ່າຍ ໃນວັນທີ 8 ພະຈິກ ຜ່ານມານີ້ ທີ່ນະຄອນຫລວງວຽງຈັນ, ຊຶ່ງຝ່າຍລາວນໍາ ໂດຍທ່ານ ທອງວັນ ວິໄລເຮືອງ ຮອງຫົວໜ້າ ຄະນະພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ພ້ອມດ້ວຍຄະນະ ແລະ ຫວຽດນາມ ນໍາໂດຍ ທ່ານ ເລ ວັນ ເລີນ ຮອງຫົວໜ້າຄະນະຊີ້ນໍາ ພາກຕາເວັນຕົກສ່ຽງເໜືອ ສູນກາງພັກກອມມູນິດ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ມີການແລກປ່ຽນ ສະຫລຸບຕີລາຄາຄືນໝາກຜົນ ໃນການຮ່ວມມືໃນໄລຍະຜ່ານມາ, ຊຶ່ງໄດ້ມີຜົນສໍາເລັດ ອັນຕັ້ງໜ້າໃນຫລາຍດ້ານ ໂດຍສະເພາະ ໂຄງການຮ່ວມມືພັດທະນາ ເຂດຊາຍແດນ ລາວ-ຫວຽດນາມ ທີ່ໄດ້ຈັດຕັ້ງປະຕິບັດຢູ່ 15 ຈຸດສຸມ (ກຸ່ມບ້ານ) ທີ່ນອນຢູ່ 13 ເມືອງຂອງ 10 ແຂວງ ແມ່ນໄດ້ມີຜົນສໍາເລັດ ເປັນຢ່າງດີ. ການພົບປະລະຫວ່າງສອງຝ່າຍ ຍັງໄດ້ເປັນເອກະພາບ ກໍານົດທິດທາງການຮ່ວມມື ໃນຊຸມປີຕໍ່ໜ້າ 2018-2025, ຊຶ່ງສອງຝ່າຍເຫັນດີສຸມໃສ່ ບູລະນະສ້ອມແປງ ບັນດາກິດຈະກໍາ ແລະ ໂຄງການຕ່າງໆ ມີ 68 ໂຄງການ ມູນຄ່າ 67 ກວ່າຕື້ກີບ. ພ້ອມນັ້ນ, ກໍເຫັນດີສືບຕໍ່ສຸມທຶນໃສ່ພັດທະນາ 15 ຈຸດສຸມ ເພື່ອຍົກລະດັບການພັດທະນາ ໃຫ້ຂຶ້ນສູ່ຄຸນນະພາບໃໝ່ ແລະ ປັບປຸງຄຸນນະພາບ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໃຫ້ສູງຂຶ້ນ ມີ 84 ໂຄງການ ມູນຄ່າ 107 ກວ່າຕື້ກີບ. ພ້ອມນີ້, ສອງຝ່າຍເຫັນດີ ເປັນເອກະພາບຮັບຮອງເອົາ 13 ຈຸດສຸມໃໝ່ ເພື່ອເປັນຈຸດສຸມຮ່ວມມື ພັດທະນາຊາຍແດນ ລາວ-ຫວຽດນາມ ໄລຍະປີ 2018-2025 ມີ 312 ໂຄງການ ມູນຄ່າ 891 ກວ່າຕື້ກີບ. ການພົບສອງຝ່າຍຄັ້ງນີ້, ເພື່ອເປັນກົນໄກສະໜອງທຶນ ໃນການຈັດຕັ້ງປະຕິບັດ ໂຄງການຢູ່ 13 ຈຸດສຸມໃໝ່ນີ້, ຝ່າຍລາວໄດ້ສະເໜີ ໃຫ້ຝ່າຍຫວຽດນາມ ຊ່ວຍເຫລືອລ້າ 50% ແລະ ຝ່າຍລາວ ລົງທຶນ 50%, ພ້ອມນີ້ຢາກໃຫ້ຄະນະຊີ້ນໍາ ພັດທະນາເຂດພາກຕາເວັນຕົກສຽງເໜືອ ຊ່ວຍປະສານງານ ແລະ ຊີ້ນໍາບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງກະສີກໍາ ແລະ ພັດທະນາຊົນນະບົດຂອງ ສສ ຫວຽດນາມ ໃຫ້ການຊ່ວຍເຫລືອແກ່ ກະຊວງກະສີກໍາ ແລະ ປ່າໄມ້ ຂອງ ສປປ ລາວ ໃນການສ້າງຕົວແບບຊົນນະບົດໃໝ່ ຢູ່ບັນດາຈຸດສຸມຕາມບໍລິເວນຊາຍແດນ, ໄດ້ໄປຖອດຖອນແລກປ່ຽນບົດຮຽນ ແລະ ບັນດາແຂວງຂອງ ສສ ຫວຽດນາມ ທີ່ມີຊາຍແດນຕິດກັບ ສປປ ລາວ ເພີ່ມທະວີການຮ່ວມມືກັນໃນລະດັບທ້ອງຖິ່ນ ໃຫ້ເລິກເຊິ່ງກວ່າເກົ່າ, ໂດຍເນັ້ນໃສ່ການຮ່ວມກັນ ສ້າງໂຄງການຕົວແບບ ສ້າງຊົນນະບົດ ຢູ່ຕາມບໍລິເວນຊາຍແດນ ໃຫ້ເປັນຮູບປະທໍາຕົວຈິງ, ໃນນັ້ນສະເໜີໃຫ້ ຄະນະຊີ້ນໍາດັ່ງກ່າວ, ຊ່ວຍຊີ້ນໍາບັນດາ ຂະແໜງການທີ່ກ່ຽວຂ້ອງ ກວດກາຄືນຂັ້ນຕອນການອະນຸມັດ ແລະ ການຈັດຕັ້ງປະຕິບັດ ໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອລ້າຂອງ ສສ ຫວຽດນາມ ໃຫ້ ສປປ ລາວ ຜ່ານມາເຫັນວ່າມີຄວາມຫຍຸ້ງຍາກຫລາຍ, ມີຄວາມຊັກຊ້າ, ມີຫລາຍຂັ້ນຕອນ ເຮັດໃຫ້ການຈັດຕັ້ງປະຕິບັດ ໂຄງການບໍ່ທັນເວລາ ແລະ ບໍ່ໄປຕາມປີອະນຸມັດ.
Editor: ຂ່າວສານປະເທດລາວ