ໃນວັນທີ 8 ພະຈິກ ຜ່ານມານີ້, ຢູ່ທຳນຽບປະທານປະເທດ (ຫໍຄຳ) ນະຄອນຫລວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຍື່ນສານຕາຕັ້ງ ຂອງທູດປະເທດເພື່ອນມິດຈາກ 2 ປະເທດ ເພື່ອມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້: ເວລາ 09:00 ໂມງ ທ່ານປະທານປະເທດ ໄດ້ຕອນຮັບທ່ານ ນາງ ມາເຣຍ ອາລີເຊຍ ກຸດໂຊນີ ເດີ ຊອງເຊັນ (Mrs. Maria Alicia Cuzzoni de Sonchein), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາຊັງຕິນ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານ ຕັ້ງຢູ່ບາງກອກ, ປະເທດໄທ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 27 ກໍລະກົດ 1975 ແລະ ໄດ້ມີການພົວພັນຮ່ວມມືກັນໃນດ້ານເສດຖະກິດ ແລະ ການຄ້າ, ວັດທະນະທໍາ, ການຮ່ວມມືດ້ານວິຊາການ ແລະ ອື່ນໆ.
ເວລາ 09:45 ໂມງ ທ່ານປະທານປະເທດ ໄດ້ຕ້ອນຮັບ ທ່ານ ເຊັກຄ ຈາຊິມ ບິນ ອັບດຸລຣາມັນ ອານທານີ ເອກອັກຄະຣາຊະທູດແຫ່ງ ລັດກາຕາ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານ ຕັ້ງຢູ່ບາງກອກ ປະເທດໄທ, ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ໃນວັນທີ 03 ກຸມພາ 2005 ແລະ ໄດ້ມີການພົວພັນຮ່ວມມືກັນ ດ້ານການເມືອງ, ເສດຖະກິດ-ການຄ້າ, ດ້ານການຮ່ວມມືສາກົນ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທັງ 2 ປະເທດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ພ້ອມທັງອວຍພອນ ໃຫ້ທ່ານທູດທັງ 2 ປະເທດ ຈົ່ງປະສົບຜົນສຳເລັດ ໃນຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.
Editor: ຂ່າວສານປະເທດລາວ