ກອງປະຊຸມສ່ອງແສງ - ລາຍງານ ການຈັດຕັ້ງປະຕິບັດ ແຜນຈັດເກັບລາຍຮັບ - ງົບປະມານແຫ່ງລັດ ປະຈໍາປີ 2017 ພະແນກການເງິນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມພະແນກການເງິນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກໍາມະການສູກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ. ມີບັນດາຕ່າງໜ້າຈາກພະແນກການ ຕະຫຼອດຮອດ ພະນັກງານ - ຂະແໜ່ງການທີ່ກ່ຽວຂ້ອງ ພາຍໃນພະແນກການເງິນແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາແຫວນ ປັນຍານຸງວົງ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານ ການຈັດຕັ້ງປະຕິບັດ ແຜນຈັດເກັບລາຍຮັບ - ງົບປະມານ 10 ເດືອນຕົ້ນປີ. ແລະ ທິດທາງແຜນການຄາດຄະເນ 2 ເດືອນທ້າຍປີ 2017.ໃຫ້ກັບຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ ດ້ານລາຍຮັບ ພູດສູນກາງ ແລະ ພູດທ້ອງຖິ່ນ 10 ເດືອນຕົ້ນປີ, ສາມາດປະຕິບັດໄດ້ທັງໝົດ 613 ຕື້ກວ່າກີບ, ເທົ່າກັບ 110 ກວ່າສ່ວນຮ້ອຍ, ຂອງແຜນການປີ. ເບື້ອງຕົ້ນເທົ່າ 109 ກວ່າ ສ່ວນຮ້ອຍ, ຂອງແຜນດັດແກ້. ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 55 ກວ່າສ່ວນຮ້ອຍ. ໃນນັ້ນລາຍຮັບພູດສູນກາງປະຕິບັດໄດ້ 462 ຕື້ກວ່າກີບ. ເທົ່າ 118 ກວ່າສ່ວນຮ້ອຍ. ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 71 ກວ່າ ສ່ວນຮ້ອຍ. ໃນນັ້ນລາຍຮັບພາສີ ປະຕິບັດໄດ້ 458 ຕື້ກີບ ເທົ່າ 118 ກວ່າສ່ວນຮ້ອຍ. ຂອງແຜນການປີ. ທຽບໃສ່ໄລຍະດຽວກັນເພີມຂຶ້ນ 72 ກວ່າ ສ່ວນຮ້ອຍ. ໃນນັ້ນດ່ານພາສີສາກົນປາກຊັນ ປະຕິບັດໄດ້ 162 ຕື້ກວ່າກີບ. ເທົ່າ 184 ກວ່າ ສ່ວນຮ້ອຍ. ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ. ເພີ່ມຂຶ້ນ 190 ກວ່າສ່ວນຮ້ອຍ. ດ່ານພາສີສາກົນນໍ້າພ້າວ ປະຕິບັດໄດ້ 284 ກວ່າຕື້ກີບ. ເທົ່າກັບ 97 ກວ່າ ສ່ວນຮ້ອຍ. ຂອງແຜນການປີ. ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 43 ກວ່າ ສ່ວນຮ້ອຍ. ກອງກວດກາພາສີ ປະຕິບັດໄດ້ 11 ຕື້ກວ່າກີບ ເທົ່າ 153 ກວ່າ ສ່ວນຮ້ອຍ, ຂອງແຜນການປີ. ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 65 ສ່ວນຮ້ອຍ. ຄ່າທໍານຽມວີຊ່າ ປະຕິບັດໄດ້ 0,63 ຕື້ກີບ ເທົ່າ 110 ກວ່າ ສ່ວນຮ້ອຍ. ຂອງແຜນການປີ. ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 24 ກວ່າ ສ່ວນຮ້ອຍ. ລາຍຮັບຈາກການຂາຍໄມ້ ປະຕິບັດໄດ້ 2 ກວ່າຕື້ກີບ. ຄຸ້ມຄອງວິສະຫະກິດ ປະຕິບັດໄດ້ 0,03 ຕື້ກີບ. ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 151 ກວ່າຕື້ກີບ ເທົ່າກັບ 90 ກວ່າ ສ່ວນຮ້ອຍ. ຂອງແຜນການປີເບື້ອງຕົ້ນ. ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 21 ກວ່າ ສ່ວນຮ້ອຍ. ໃນນັ້ນ ສວຍສາອາກອນ ປະຕິບັດໄດ້ 145 ກວ່າຕຶ້ກີບ. ເທົ່າ 90 ກວ່າ ສ່ວນຮ້ອຍ. ຂອງແຜນການປີເບື້ອງຕົ້ນ ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 27 ກວ່າ ສ່ວນຮ້ອຍ. ຊັບສິນ ປະຕິບັດໄດ້ 6 ກວ່າຕຶ້ກີບ. ເທົ່າ 83 ກວ່າ ສ່ວນຮ້ອຍ ຂອງແຜນການປີ. ທຽບໃສ່ໄລຍະດຽວກັນຫຼຸດ 37 ກວ່າ ສ່ວນຮ້ອຍ. ຄຸ້ມຄອງວິສະຫະກິດປະຕິບັດໄດ້ 0,06 ຕຶ້ກີບ. ສັງລວມແລ້ວ ໃນໄລຍະ 10 ເດືອນຜ່ານມາ, ໃນທົ່ວແຂວງ ສາມາດຈັດກັບລາຍຮັບໄດ້ເກີນແຜນ ທັງພູດສູນກາງ ແລະ ພູດທ້ອງຖິນ ຕາມແຜນກະຊວງກໍານົດໄວ້
ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລື ປະກອບຄໍາຄິດ-ຄໍາເຫັນ, ພ້ອມທັງຍົກໃຫ້ເຫັນເຖິງສາຍເຫດທີພາໃຫ້ມີຈຸດດີ-ຈຸດອ່ອນ. ເພຶ່ອຈະໄດ້ພ້ອມກັນຊອກຫາມາດຕະການວິທີແກ້ໄຂ້ໃນຕໍ່ໜ້າ ຕາມຄໍາຖາມເຈາະຈິ້ມຂອງທ່ານປະທານ. ທັງນີ້ກໍ່ເພຶ່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີບາດກ້າວຄະຫຍາຍຕົວ ສາມາດຄຸ້ມຄອງການຈັດເກັບລາຍຮັບໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ ແລະ ບັນລຸຕາມແຜນການທີວາງໄວ້.
Editor: ກຳປານາດ ລັດຖະເຮົ້າ