ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ພາລະບົດບາດຫນ້າທີ່ວຽກງານ ຂອງກົມແຜນການ ແລະ ການເງິນ ໂດຍອິງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງກົມແຜນການ ແລະ ການເງິນ ສະບັບເລກທີ 3881/ກປ ລົງວັນທີ 29 ຕຸລາ 2017 ດັ່ງນັ້ນ, ເມື່ອບໍ່ດົນມານີ້ ຢູ່ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຫາລື ວຽກງານກະສິກໍາ ເພື່ອໂພສະນາການ ທົ່ວປະເທດ ຄັ້ງທີ 1 ແລະ ເຜີຍແຜ່ພາລະບົດບາດ ຂອງກົມແຜນການ ແລະ ການເງິນ, ຂື້ນ ໂດຍການເປັນປະທານຂອງ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມມີຜູ້ຕາງຫນ້າທີ່ມາຈາກກົມ, ສະຖາບັນ, ພະແນກກະສິກໍາ ແລະ ປ່າໄມ້ ໃນແຕ່ລະແຂວງ ທົ່ວປະເທດ ລວມທັງຫນ່ວຍງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ຄັ້ງນີ້, ຫນື່ງເພື່ອເປັນການເຜີຍແຜ່ພາລະບົດບາດ-ຫນ້າທີ່ ຂອງກົມແຜນການ ແລະ ການເງີນ, ສອງ ເພື່ອປັບປຸງກົນໄກການປະສານງານສາຍຕັ້ງ ຈາກສູນກາງ ລົງຮອດທ້ອງຖີ່ນ. ພາຍໃນກອງປະຊຸມ ດັ່ງກ່າວ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ຊີ້ນໍາໃຫ້ແຕ່ລະພາກສ່ວນຍົກສູງຄວາມຮັບຜິດຊອບ ໂດຍສະເພາະວຽກງານຂື້ນແຜນງົບປະມານ ເພື່ອຮັບໃຊ້ແຜນງານຄໍ້າປະກັນດ້ານສະບຽງອາຫານ ແລະ ແຜນສົ່ງເສີມການຜະລິດກະສິກໍາເປັນສິນຄ້າ. ກົມແຜນການ ແລະ ການເງິນ ເປັນຜູ້ປະສານສົມທົບກັບທ້ອງຖິ່ນເອົາໃຈໃສ່ວຽກງານ 3 ເສົາຄໍ້າ ຄື: ກະສິກໍາ-ປ່າໄມ້ ແລະ ການພັດທະນາຊົນນະບົດ, ກໍານົດຈຸດສຸມໃນການຈັດສັນທີ່ດິນ ເພື່ອສົ່ງເສີມການປູກຝັງ-ລ້ຽງສັດ, ຊົນລະປະທານ ແລະ ອື່ນໆ ຕາມທ່າແຮງໃນແຕ່ລະທ້ອງຖິ່ນ ເພື່ອຂື້ນແຜນງົບປະມານ ໃນປີ 2018 ໃຫ້ມີຄວາມຖືກຕ້ອງ ແລະ ຮັບປະກັນຢ່າງທັນເວລາ.
Editor: ກຳປານາດ ລັດຖະເຮົ້າ