ໃນວັນທີ 8 ພະຈິກ 2017 ຜ່ານມາ ຢູ່ທີ່ເມືອງປາກອູ ແຂວງຫຼວງພະບາງ, ໄດ້ຈັດພິທີອວ່າຍນໍ້າ ໂຄງການເຂື່ອນໄຟ ຟ້ານໍ້າອູ 1 ໄລຍະທີ 2 ຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາແຂວງຫຼວງພະບາງ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ສະພາແຫ່ງຊາດ) ພ້ອມດ້ວຍ ແຂກຖືກເຊີນ ແລະ ປະຊາຊົນຊາວແຂວງຫຼວງ ພະບາງ ເຂົ້າຮ່ວມເປັນສັກຂີພິຍານ
ໂອກາດກ່າວເປີດພິທີ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານໃຫ້ຊາບວ່າ: ໂຄງການເຂື່ອນໄຟຟ້າ ຕາມສາຍນໍ້າອູ ຊຶ່ງມີທັງໝົດ 07 ເຂື່ອນ, ມີກໍາລັງຕິດຕັ້ງທັງໝົດ 1,272 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າ ໄດ້ 5,164 ກິໂລວັດໂມງຕໍ່ປີ, ສະເພາະໂຄງການນໍ້າອູ ໄລຍະທີ I (ນໍ້າອູ 2,5,6) ເຊິ່ງໄດ້ສໍາເລັດການກໍ່ສ້າງ ໃນຕົ້ນປີ 2016 ທີ່ຜ່ານມາ ໂດຍມີກໍາລັງຕິດຕັ້ງ ທັງໝົດ 540 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າ ໄດ້ເຖິງ 2,290 ກິໂລວັດໂມງຕໍ່ປີ, ສໍາລັບໂຄງການນໍ້າອູໄລທີ 2 (1,3,4,7) ມີກໍາລັງຕິດຕັ້ງທັງໝົດ 732 ເມກາວັດ, ຈະສາມາດຜະລິດພະລັງງານໄຟຟ້າ ໄດ້ສະເລ່ຍ 2,874 ກິໂລວັດໂມງຕໍ່ປີ, ເຊິ່ງການກໍ່ສ້າງ ແລະ ການຜະລິດພະລັງງານໄຟຟ້າ ຂອງໂຄງການນໍ້າອູ ໄລຍະທີ 2 ນີ້ ຈະໄດ້ເລີ່ມການຜະລິດ ໃນທ້າຍປີ 2019. ເພື່ອເຮັດໃຫ້ພິທີອວ່າຍນໍ້າ ໂຄງການເຂື່ອນໄຟຟ້ານໍ້າອູ 1 ໄລຍະທີ 2 ມີຄວາມໝາຍ ແລະ ຄວາມສໍາຄັນນັ້ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົລັດຖະມົນຕີ ໄດ້ໃຫ້ກຽດລັ່ນຄ້ອງ 09 ບາດ ແລະ ເປີດພິທີຢ່າງເປັນທາງການ
ຂ່າວຈາກ ສນຍ
Editor: ກຳປານາດ ລັດຖະເຮົ້າ